• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຸ່ງ​ໄປ​ເຖິງ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອາ​ຟ​ະ​ລິ​ກາ​ໃຕ້ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ​ນີ້

ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ໂດຍທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້ ໄດ້ຕົກລົງເປັນເອກະພາບໃນການພົບປະສົນທະນາເມື່ອຕອນບ່າຍວັນທີ 23 ຕຸລາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້.
ກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້.

ເມື່ອແລກປ່ຽນກ່ຽວກັບບັນດາກຳນົດທິດທາງການຮ່ວມມືໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແມ່ນກຳລັງໜູນ, ມາດຕະການໃຈກາງ. ການນຳສອງທ່ານສະເໜີໃຫ້ສອງປະເທດເປີດປະຕູຕະຫຼາດໃຫ້ແກ່ບັນດາປະເພດສິນຄ້າທີ່ມີທ່າແຮງ ແລະ ວິສາຫະກິດຂອງແຕ່ລະຝ່າຍແຊກຊຶມເຂົ້າຕະຫຼາດຂອງກັນ ແລະ ເຂົ້າຕະຫຼາດພາກພື້ນ; ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ສຳຄັນ ແລະ ມີກຳລັງບົ່ມຊ້ອນຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະລັງງານ, ບໍ່ແຮ່, ອຸດສາຫະກຳປະດິດແຕ່ງ, ກະສິກຳ, ການຮັກສາສັນຕິພາບ, ການສຶກສາ, ບຳລຸງວິຊາຊີບ, ພື້ນຖານໂຄງລ່າງ, ເສດຖະກິດສີຂຽວ...; ສົມທົບກັນຈັດບັນດາກິດຈະກຳພົບປະແລກປ່ຽນປະຊາຊົນ, ແລກປ່ຽນສິລະປະ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງການພົບປະສົນທະນາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:

“ພວກຂ້າພະເຈົ້າຊົມເຊີຍເລື່ອງສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ອົງການທີ່ກ່ຽວຂ້ອງຂອງສອງປະເທດຕັ້ງໜ້າແລກປ່ຽນ, ເຈລະຈາກັນ ມຸ່ງໄປເຖິງການລົງນາມໃນເອກະສານສຳຄັນສະບັບຕ່າງໆ, ສ້າງກອບນິຕິກຳໃຫ້ແກ່ການເຄື່ອນໄຫວຮ່ວມມືສອງຝ່າຍ, ເຊັ່ນ ສັນຍາຫຼີກລ້ຽງການເສຍພາສີຊ້ຳຊ້ອນ, ສັນຍາຍົກເວັ້ນວິຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນທົ່ວໄປ, ສັນຍາຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ..., ສ້າງກອບນິຕິກຳຢ່າງໜັກແໜ້ນໃຫ້ການຮ່ວມມື ແລະ ພັດທະນາສາຍພົວພັນສອງປະເທດໃນໄລຍະຈະມາເຖິງ”.

  ສ່ວນທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້  ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແກ່ນສານຂອງ ອາຟະລິກາໃຕ້ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຈະສ້າງພື້ນຖານໃຫ້ແກ່ການພົວພັນທີ່ມີໂຄງປະກອບຈະແຈ້ງກວ່າ, ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຢ້ຽມຂ່ຳນັບທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້

ກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້.

(ແຫຼ່ງຄັດຈາກ VOV)

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ

Top