ຕອນບ່າຍວັນທີ 24 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິກາໃຫຍ່ ສປຊ António Guterres ຢ່າງເປັນທາງການ.
ປະທານປະເທດ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບທ່ານ António Guterres ເລຂາທິການໃຫຍ່ ສປຊ ຢ່າງເປັນທາງການ (ພາບ: VOV)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ປະທານປະເທດ ເລືອງເກື່ອງ, ຕອນບ່າຍວັນທີ 24 ຕຸລາ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ. ຕອນບ່າຍວັນທີ 24 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິກາໃຫຍ່ ສປຊ ຢ່າງເປັນທາງການ.
ການຢ້ຽມຢາມຫວຽດນາມ ຂອງທ່ານ António Guterres ເລຂາທິການໃຫຍ່ ສປຊ ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສປຊ (24/10/1945 - 24/10/2025) ແລະ ເນື່ອງໃນໂອກາດ 80 ປີແຫ່ງວັນຊາດ ຫວຽດນາມ (2/9/1945 - 2/9/2025). ນີ້ແມ່ນບັນດາເຫດການທີ່ມີຄວາມໝາຍສັນຍາລັກທີ່ເລິກເຊິ່ງ, ສ່ອງແສງວິວັດການພ້ອມກັນພັດທະນາຂອງທັງສອງຝ່າຍ, ພ້ອມກັນແບ່ງປັນບັນດາຄຸນຄ່າຫຼັກແຫຼ່ງກໍ່ຄືບັນດາຫຼັກການໄດ້, ພວມ ແລະ ຈະສືບຕໍ່ກຳນົດອະນາຄົດ.
(ແຫຼ່ງຄັດຈາກ VOV)