ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ພາຍຫຼັງ 11 ປີ ຂອງຜູ້ນຳລັດຖະບານ ຮຸງກາຣີ, ໂດຍໄດ້ດຳເນີນໃນປີ 2025 ເຊິ່ງເປັນຈຸດເວລາສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (3/2/1950-3/2/2025).
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ຮຸງກາຣີ Sulyok Tamas ໃນພິທີຕ້ອນຮັບ
ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ຮຸງກາຣີ Sulyok Tamas ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ພາຍຫຼັງ 11 ປີ ຂອງຜູ້ນຳລັດຖະບານ ຮຸງກາຣີ, ໂດຍໄດ້ດຳເນີນໃນປີ 2025 ເຊິ່ງເປັນຈຸດເວລາສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (3/2/1950-3/2/2025).
ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ຮຸງກາຣີ Sulyok Tamas ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)