ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ທຳນຽບປະທານປະເທດ, ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະສອງຝ່າຍກັບທ່ານປະທານາທິບໍດີ ຮຸງກາຣີ, Sulyok Tamas ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27 – 29 ພຶດສະພາ.
ທີ່ການພົບປະເຈລະຈາ, ປະມຸກລັດສອງປະເທດໄດ້ຕີລາຄາການພົວພັນ ຫວຽດນາມ - ຮຸງກາຣີ ມີການພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ໂດຍສະເພາະແມ່ນນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2018, ໃນນັ້ນ, ເສດຖະກິດສືບຕໍ່ແມ່ນຈຸດພົ້ນເດັ່ນຂອງການພົວພັນສອງປະເທດດ້ວຍວົງເງິນການຄ້າສອງສົ້ນບັນລຸເກືອບ 1 ຕື້ USD ໃນປີ 2024.
ເມື່ອແລກປ່ຽນກ່ຽວກັບການກຳນົດທິດ ແລະ ມາດຕະການສຳຄັນເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດ, ການນຳສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນພື້ນຖານເພື່ອຍູ້ແຮງການຮ່ວມມືສອງຝ່າຍໃນທຸກຂົງເຂດ. ສຳລັບດ້ານການຄ້າ - ການລົງທຶນ, ສອງຝ່າຍເຫັນດີເສີມຂະຫຍາຍບົດບາດຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດຫຼາຍກວ່າອີກ, ສົ່ງເສີມບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງປະເທດຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດທິຜົນ; ເຫັນດີເພີ່ມທະວີການຮ່ວມມືລົງທຶນໃນບັນດາຂົງເຂດທີ່ມີທ່າແຮງຂອງ ຮຸງກາຣີ ເປັນຂົວຕໍ່ໃຫ້ກັນເຂົ້າໃນຕະຫຼາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຕະຫຼາດສະຫະພາບເອີຣົບ (EU), ໃນນັ້ນ ມີພາກພື້ນ ເອີຣົບ ກາງ - ເອີຣົບຕາເວັນອອກ.
ກ່ຽວກັບດ້ານສຶກສາ - ບຳລຸງສ້າງ, ສອງຝ່າຍເຫັນດີເພີ່ມທະວີການນຳໃຊ້ທຶນການສຶກສາ 200 ທຶນເຊິ່ງ ຮຸງກາຣີ ສະໜອງໃຫ້ນັກສຶກສາ ຫວຽດນາມ ໃນແຕ່ລະປີຢ່າງມີປະສິດທິຜົນ. ການນຳສອງຝ່າຍກໍຖືວ່າ ຕ້ອງຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຢ່າງມີປະສິດທິຜົນ ພ້ອມທັງຊຸກຍູ້ການເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ເຊັ່ນ: ການຫັນເປັນດີຈີຕອນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນນ້ຳ.
ສອງຝ່າຍເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດ ຢູ່ ສປຊ, ປະກອບສ່ວນຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.
ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ຮຸງກາຣີ Sulyok Tamas ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ກ່ອນໜ້ານັ້ນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຮຸງກາຣີ Sulyok Tamas.