• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ

ໃນບັນຍາກາດເຄິ່ງຂຶມ, ບັນດາຄະນະຜູ້ແທນໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ປະທານໂຮ່ຈີມິນ.
ພິທີຖະຫວາຍທູບທຽນເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຈ່ຈີມິນ
ຕອນບ່າຍວັນທີ 18 ພຶດສະພາ, ຢູ່ເຂດອະນຸສາວະລີປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ, ລາວ, ສະຖານທູດ ຫວຽດນາມ ປະຈຳລາວໄດ້ຈັດພິທີຖະຫວາຍທູບທຽນເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຈ່ຈີມິນ (19/5/1890-19/5/2025)ຢ່າງສົມກຽດ. ເຂົ້າຮ່ວມມີຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳລາວ ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມພວມດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ. ໃນບັນຍາກາດເຄິ່ງຂຶມ, ບັນດາຄະນະຜູ້ແທນໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ປະທານໂຮ່ຈີມິນ. ທີ່ພິທີ, ທ່ານ ສົມສະອາດ ອຸ່ນສີດາ, ຮອງເຈົ້າແຂວງ ຄຳມ່ວນ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເອກອ້າງທະນົງໃຈຕໍ່ບັນດາຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ທີ່ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ລາວ - ຫວຽດນາມ ເວົ້າລວມ, ລະຫວ່າງແຂວງຄຳມ່ວນ ແລະ ບັນດາແຂວງຂອງ ຫວຽດນາມ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ.

(ແຫຼ່ງຄັດຈາກ VOV)

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນ ໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າຈະດຳເນີນໃນອາທິດນີ້.

Top