• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ຍີ່ປຸ່ນ

ເຈົ້າຈັກກະພັດ Naruhito ແລະ ພະມະເຫສີສະແດງຄວາມພາກພູມໃຈເມື່ອໄດ້ຕ້ອນຮັບທ່ານປະທານປະເທດ ແລະ ພັນລະຍາ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973 – 2023),
ການເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ, ຢູ່ພະລາດຊະວັງ ທີ່ນະຄອນຫຼວງ ໂຕກຽວ (ພາບ:Thống Nhất/TTXVN)

ວັນທີ 28 ພະຈິກ, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ, ຢູ່ພະລາດຊະວັງ ທີ່ນະຄອນຫຼວງ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ສະແດງຄວາມຂອບອົກຂອບໃຈເຈົ້າຈັກກະພັດ, ພະມະເຫສີ ກໍ່ຄືບັນດາສະມາຊິກໃນພະລາດຊະວົງ ຍີ່ປຸ່ນ ກ່ຽວກັບນ້ຳໃຈທີ່ດີງາມ ແລະ ຄວາມເອົາໃຈໃສ່ພິເສດທີ່ສະຫງວນໃຫ້ປະຊາຊົນ ຫວຽດນາມ ກໍ່ຄືການພົວພັນມິດຕະພາບ, ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນຫຼາຍປີຜ່ານມາ. ທ່ານປະທານປະເທດ ຢັ້ງຢືນວ່າ: ບັນດາການຢ້ຽມຢາມ ຫວຽດນາມ ຄັ້ງປະຫວັດສາດຂອງ ພະຊະນົກ ແລະ  ພະຊົນທະນີ ໃນປີ 2017 ໃນຖານະເປັນເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ແລະ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນຖານະເປັນອົງມົງກຸດລາຊະກຸມມານໃນປີ 2009 … ໄດ້ສ້າງຂີດໝາຍອັນດີງາມໃນຈິດໃຈຂອງການນຳ ແລະ ປະຊາຊົນ ຫວຽດນາມ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ.

(ພາບປະກອບຈາກ Thống Nhất/TTXVN)

ເຈົ້າຈັກກະພັດ Naruhito ແລະ ພະມະເຫສີສະແດງຄວາມພາກພູມໃຈເມື່ອໄດ້ຕ້ອນຮັບທ່ານປະທານປະເທດ ແລະ ພັນລະຍາ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973 – 2023); ຖືວ່າ: ຄວາມສະໜິດຕິດພັນ ແລະ ການພົວພັນໃນປະຫວັດສາດ, ຄວາມຄ້າຍຄືກັນກ່ຽວກັບປັດໄຈວັດທະນະທຳ, ມະນຸດ ແມ່ນໜຶ່ງໃນບັນດາປັດໄຈພື້ນຖານເພື່ອພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງ, ສະໜິດຕິດພັນໃນຫຼາຍຂົງເຂດຄືໃນປະຈຸບັນ.      

ຕອນບ່າຍວັນດຽວກັນ, ທີ່ພະລາດຊະວັງ, ເຈົ້າຈັກກະພັດ Naruhito ແລະ ພະມະເຫສີ ເປັນເຈົ້າພາບງານລ້ຽງຮັບຕ້ອນທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top