• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ບັນ​ດາ​ຍາ​ກາດ​ຄຶກ​ຄື້ນໃນ​ໂອ​ກາດ​ທ້າຍ​ປີ​ຢູ່​ໝູ່​ບ້ານ​ເຮັດ​ທູບ ບາວ​ເອິນ

 ໃນຊຸມວັນໃກ້ຈະຮອດບຸນເຕັດ, ໝູ່ບ້ານອາຊີບເຮັດທູບພື້ນເມືອງບ້ານ ບາວເອິນ, ຕາແສງ ມາຍຟຸ, ແຂວງ ຮ່າຕິ້ງ ມີບັນຍາກາດການຜະລິດທີ່ຄຶກຄື້ນເພື່ອເຮັດທູບຮັບໃຊ້ຕະຫຼາດບຸນເຕັດປະຈຳຊາດ, ປີມະເມຍ 2026. ດ້ວຍສີມືອັນຄ່ອງແຄ້ວ, ລະອຽດລະອໍຂອງນາຍຊ່າງ, ທູບຂອງໝູ່ບ້ານ ບາວເອິນ ໄດ້ຮັບການຄັດເລືອກຈາກແຂກທັງຢູ່ໃກ້ ແລະ ຢູ່ໄກເພື່ອຈູດທູບເທິງຮ້ານບູຊາບັນພະບູລຸດ.
ຕາກແດດເພື່ອທູບຫອມດົນ (ພາບ: ກີມລ້ຽວ)

ໝູ່ບ້ານອາຊີບເຮັດທູບພື້ນເມືອງບ້ານ ບາວເອິນ ມີອາຍຸກວ່າ 50 ປີ ແລະ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ບັນດາໝູ່ບ້ານອາຊີບພື້ນເມືອງທີ່ມີຊື່ສຽງຂອງ ຫວຽດນາມ. ເຖິງວ່າໄດ້ຜະລິດຕະຫຼອດປີກໍ່ຕາມແຕ່ຮອດທ້າຍປີຍາມໃດກໍ່ແມ່ນເວລາຈຸດສຸມ, ບັນຍາກາດການຜະລິດທູບຂອງໝູ່ບ້ານພັດມີຄວາມຄຶກຄື້ນ, ຫ້າວຫັນກວ່າໝູ່, ລົດແຕ່ລະຖ້ຽວໄດ້ຂົນສົ່ງວັດຖຸດິບ, ຜະລິດຕະພັນໄປມາຢ່າງຄັບຄາໜາແໜ້ນ. ທ່ານ ເລຕຽນເລືອງ, ປະທານສະມາຄົມຕາແສງ ມາຍຟຸ ໃຫ້ຮູ້ວ່າ:             

ປະມານກາງເດືອນຕຸລາ, ປຊຊ ໃນໝູ່ບ້ານໄດ້ສຸມໃສ່ປັບປຸງເຄື່ອງຈັກ, ເກັບຊື້ວັດຖຸດິບເພື່ອກະກຽມເຮັດທູບ ສະໜອງຜະລິດຕະພັນໃຫ້ ປຊຊ ທັງຢູ່ພາຍໃນ ແລະ ນອກແຂວງຢ່າງພຽງພໍຄື: ກວາງຈີ້, ເງະອານ… ອາຊີບເຮັດທູບຢູ່ບ້ານ ບາວເອິນ ໄດ້ແກ້ໄຂວຽກເຮັດງານທຳໃຫ້ແກ່ ປຊຊ ຢູ່ທີ່ນີ້ ພ້ອມທັງຮັກສາມູນເຊື້ອອັນດີງາມທີ່ລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້.

ບັນດາຂັ້ນຕອນເຮັດທູບ (ພາບ: ກີມລ້ຽວ)

 ເພື່ອເຮັດໄດ້ທູບທີ່ຫອມນັ້ນ, ຮຽກຮ້ອງໃຫ້ນາຍຊ່າງໝູ່ບ້ານ ບາວເອິນ ຕ້ອງຄັດເລືອກວັດຖຸດິບຢ່າງລະອຽດລະອໍທີ່ສຸດ. ວັດຖຸດິບແມ່ນເອົາມາຈາກທຳມະຊາດທັງໝົດ ຮັບປະກັນຄວາມປອດໄພໃຫ້ແກ່ສຸຂະພາບ. ຈຸດພິເສດຂອງທູບຂອງໝູ່ບ້ານແຫ່ງນີ້ແມ່ນການປະສົມຂອງຢາສະໝຸນໄພກວ່າ 30 ຊະນິດ ແລະ ຢາງເອົາມາຈາກເປືອກຕົ້ນໄມ້ເພື່ອສ້າງໃຫ້ມີກິ່ນຫອມອຸ່ນ, ຫວານ ແລະ ມີຄວາມໜຽວທີ່ເປັນທຳມະຊາດ. ຕີນທູບເຮັດຈາກໄມ້ໄຜ່ແຫຼມ, ຍ້ອມສີແດງແລ້ວເອົາໄປຕາກໃຫ້ແຫ້ງ. ອ້າຍ ນິງວັນລອງ, ຜູ້ທີ່ເຮັດທູບມາເປັນເວລາກວ່າ 30 ປີຢູ່ໝູ່ບ້ານ ບາວເອິນ ໃຫ້ຮູ້ວ່າ:               

ອາຊີບເຮັດທູບຢູ່ນີ້ໄດ້ມີມູນເຊື້ອຜ່ານຫຼາຍລຸ້ນຄົນແລ້ວ. ສ່ວນຫຼາຍແມ່ນໄດ້ຜະລິດທູບເພື່ອຮັບໃຊ້ຄວາມຕ້ອງການໃນຊີວິດດ້ານຈິດວິນຍານ. ເພື່ອເຮັດບັນດາຜະລິດຕະພັນທີ່ມີຄຸນນະພາບ ແມ່ນຕ້ອງມີຄວາມລະມັດລະວັງ ລອບຄອບຖີ່ຖ້ວນນັບແຕ່ຂອດເລືອກວັດຖຸດິບ, ບົດເປັນແປ້ງ, ການປະສົມ, ລີ້ງແປ້ງພັນທູບ ຕະຫຼອດຮອດການຕາກ ຫຼືອົບແຫ້ງ… ສິ່ງສຳຄັນແມ່ນຕ້ອງນຳໃຊ້ວັດຖຸດິບປອດສານພິດ, ປະສົມຢາສະໝູນໄພຊະນິດຕ່າງໆ ແລະ ທາດຫອມທີ່ເປັນທຳມະຊາດຢ່າງກົມກຽວ ເພື່ອສ້າງເປັນກິ່ນຫອມສະບາຍ.

ຜະລິດຕະພັນທູບຂອງໝູ່ບ້ານ ບາວເອິນ (ພາບ: ກີມລ້ຽວ)

ນາຍຊ່າງຕ້ອງເຮັດຫຼາຍຂັ້ນຕອນຄື: ປະສົມວັດຖຸດິບ, ລິ້ງແປ້ງພັນທູບ, ຕາກໃຫ້ແຫ້ງ ເພື່ອເຮັດເປັນທູບທີ່ມີຄຸນນະພາບດີ. ເອື້ອຍ ເລທິລຽນ ຄອບຄົວໜຶ່ງທີ່ເຮັດທູບມາເປັນເວລາຫຼາຍປີຢູ່ໝູ່ບ້ານອາຊີບເຮັດທູບ ບາວເອິນ ແບ່ງປັນວ່າ:             

ໃນບັນດາຂັ້ນຕອນເຮັດທູບ, ທຳອິດແມ່ນເລືອກແປ້ງເຮັດທູບ ແລະ ບັນດາວັດຖຸດິບອື່ນໆ. ແປ້ງທູບແມ່ນເຮັດຈາກແປ້ງຂອງໝາກສະນັດ, ສະໝູນໄພພື້ນເມືອງ, ຂີ້ເລື່ອຍ, ໄມ້ໄຜ່ເຮັດລຳທູບ. ຫຼັງຈາກປະສົມແປ້ງແລ້ວແມ່ນຕ້ອງຄົນໃຫ້ເຂົ້າກັນ. ຈາກນັ້ນ ກໍ່ຄົນນ້ຳໃສ່ແລ້ວອັດ ລິ້ງແປ້ງໃສ່ໄມ້ໄຜ່ລຳຂອງທູບ. ເມື່ອເຮັດເປັນທູບແລ້ວຕ້ອງເອົາໄປຕາກແຫ້ງເພື່ອໃຫ້ທູບຫອມດົນ.         

ເຖິງວ່າມີເຄື່ອງຈັກເຮັດແທນແລ້ວກໍ່ຕາມ ແຕ່ຫຼາຍຄອບຄົວເຮັດທູບຢູ່ໝູ່ບ້ານ ບາວເອິນ ຍັງເຮັດແບບຫັດຖະກຳເປັນສ່ວນຫຼາຍ ນັບແຕ່ຂັ້ນຕອນປະສົມສີເພື່ອຍ້ອມ ຕະຫຼອດຮອດການລິ້ງແປ້ງພັນທູບ. ດັ່ງນັ້ນ, ທູບຢູ່ໝູ່ບ້ານນີ້ມີກິ່ນຫອມພິເສດສະເພາະ, ບັນດາລູກຄ້າທັງໃກ້ ແລະ ໄກໄດ້ເລືອກຊື້ເພື່ອຖະຫວາຍຂຶ້ນຮ້ານບູຊາບັນພະບູລຸດໃນໂອກາດບຸນເຕັດ. ເອື້ອຍ ດັ້ງທິບິກ, ຢູ່ຕາແສງ ຢ້ຽນເຈົາ, ແຂວງ ເງະອານ ໃຫ້ຮູ້ວ່າ:

ຂ້າພະເຈົ້າມາຈາກ ເງະອານ ມາຊື້ທູບຢູ່ນີ້ເພື່ອເອົາເມືອຂາຍຢູ່ບ້ານ. ທູບຂອງໝູ່ບ້ານ ບາວເອິນ ມີກິ່ນຫອມອ່ອນສະບາຍ, ເມື່ອຈູດແລ້ວຂີ້ທູບກົ່ງກ້ຽວງາມທີ່ສຸດ. ຫຼາຍຄົນກໍ່ມັກຊື້ທູບຢູ່ທີ່ນີ້. ໃນໂອກາດບຸນເຕັດ, ຄວາມຕ້ອງການໃຊ້ທູບໄດ້ເພີ່ມຂຶ້ນ, ຂ້າພະເຈົ້າໄດ້ຊື້ປະລິມານຫຼາຍກວ່າເກົ່າເພື່ອເອົາເມືອຂາຍ.       

 ໂດຍໄດ້ຜ່ານວິວັດການຮັກສາ ແລະ ພັດທະນາ, ອາຊີບເຮັດທູບຢູ່ໝູ່ບ້ານ ບາວເອິນ (ຮ່າຕິ້ງ) ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດ, ສ້າງວຽກເຮັດງານທຳ ແລະ ຍົກສູງລາຍຮັບເປັນທີ່ປົກກະຕິໃຫ້ແກ່ນັບສິບໆຄອບຄົວ.    

ທູບແຕ່ລະດອກທີ່ໄດ້ຖະຫວາຍ ໄຕ້ຢູ່ເທິງຮ້ານບູຊາໃນໂອກາດບຸນເຕັດນັ້ນ, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຂອງລຸ້ນລູກລຸ້ນຫຼານຕໍ່ລຸ້ນກ່ອນເທົ່ານັ້ນ, ຫາກຍັງແມ່ນຈຸດຄວາມງາມດ້ານວັດທະນະທຳພື້ນເມືອງຂອງຊາວ ຫວຽດນາມ ອີກດ້ວຍ. ຢູ່ນັ້ນ, ປຊຊ ໝູ່ບ້ານອາຊີບເຮັດທູບ ບາວເອິນ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈ ທີ່ໄດ້ປະກອບສ່ວນເລັກນ້ອຍເຂົ້າໃນຈຸດຄວາມງາມທີ່ເປັນມູນເຊື້ອ, ໂດຍສະເພາະແມ່ນໃນໂອກາດບຸນເຕັດວຽນມາ./

(ແຫຼ່ງຄັດຈາກ VOV)

ຈວຽນໝີ໊: ເຜີຍແຜ່ຄຸນຄ່າຫັດຖະກຳ ຫວຽດ ໃນແຜນທີ່ ແຫ່ງຄວາມ ປະດິດຄິດສ້າງ ໃນທົ່ວໂລກ

ຈວຽນໝີ໊: ເຜີຍແຜ່ຄຸນຄ່າຫັດຖະກຳ ຫວຽດ ໃນແຜນທີ່ ແຫ່ງຄວາມ ປະດິດຄິດສ້າງ ໃນທົ່ວໂລກ

ການທີ່ໝູ່ບ້ານອາຊີບ ຝັງເປືອກຫອຍ ແລະ ຂັດມັນ ຈວຽນໝີ໊ ໄດ້ ເຂົ້າເປັນສະມາຊິກ ຂອງເຄືອຂ່າຍ ບັນດາຕົວເມືອງຫັດຖະກຳ ປະ ດິດສ້າງໂລກ ໄດ້ເປັນຂີດໝາຍ ບາດກ້າວອັນສຳຄັນ ຂອງ ຫັດຖະ ກຳ ຫວຽດ ໃນເສັ້ນທາງແຫ່ງການເຊື່ອມໂຍງ. ຈາກມໍລະດົກ ທີ່ມີ ມາ ເກືອບໜຶ່ງພັນປີ, ຈວຽນໝີ໊ ກໍາລັງ ເຜີຍແຜ່ຄຸນຄ່າ ທາງວັດທະ ນະທຳ ດັ້ງເດີມ ເຂົ້າສູ່ພື້ນທີ່ ແຫ່ງການປະດິດສ້າງ ລະດັບໂລກ ເທື່ອລະກ້າວ.

Top