ຈາກຕົ້ນສະໝູນໄພຊະນິດຕ່າງໆທີ່ເກັບເອົາມາຈາກປ່າ, ຊາວເຜົ່າໄຕ່ ຢູ່ບ້ານ ປາກແງ່, ຕາແສງ ເຈີ້ຣ້າ, ແຂວງ ໄທງວຽນ ໄດ້ສ້າງເປັນອາຊີບເຮັດທູບພື້ນເມືອງທີ່ໄດ້ຄົງຕົວມາເປັນເວລາສີບໆປີ. ບໍ່ພຽງແຕ່ໄດ້ເຮັດຜະລິດຕະພັນຮັບໃຊ້ຊີວິດການເຫຼື້ອມໃສ, ຮັກສາແບບແຜນການດຳເນີນຊີວິດດ້ານວັດທະນະທຳຂອງຊາວເຜົ່າໄຕ່ເທົ່ານັ້ນ, ອາຊີບເຮັດທູບຍັງໄດ້ເປີດທິດພັດທະນາເສດຖະກິດເປັນປົກກະຕິໃຫ້ແກ່ຫຼາຍຄອບຄົວເຂດພູສູງແຫ່ງນີ້ອີກດ້ວຍ.
ຕາກແດດກ່ອນທີ່ຈະຂາຍທູບ (ພາບ: ກົງລ້ວນ)
ຄອບຄົວປ້າ ເຢືອງທິຫຼີ ໄດ້ຕິດພັນກັບອາຊີບເຮັດທູບນັບແຕ່ຊຸມປີ 1980, ແມ່ຍິງຊາວເຜົ່າໄຕ່ ໄດ້ຍາດເວລາຫວ່າງຈາກການເຮັດໄຮ່ເຮັດນາເພື່ອເຮັດທູບໃຫ້ມີລາຍຮັບຕື່ມອີກ. ຕາມປ້າ ເຢືອງທິຫຼີ ແລ້ວ, ອາຊີບເຮັດທູບບໍ່ຫຍຸ້ງຍາກປານໃດ, ພັດສາມາດເຮັດໄດ້ໃນຕະຫຼອດປີນຳອີກ. ໃນໂອກາດບຸນເຕັດ, ຄວາມຕ້ອງການຊື້ທູບເພີ່ມຂຶ້ນແຮງ, ລາຍຮັບຂອງຄອບຄົວປ້າບາງເທື່ອກໍ່ຂຶ້ນເຖິງນັບສີບໆລ້ານດົ່ງ:
ຄອບຄົວຂ້າພະເຈົ້າໄດ້ເຮັດທູບມາເປັນເວລາ 40 ປີແລ້ວ, ອາຊີບນີ້ມີຄວາມໝາຍ, ເຂົາເຈົ້າໄດ້ຊື້ທູບມາຈູດໄຕ້ໃນໂອກາດບຸນເຕັດ, ງານສົບ, ງານໄຫວ້ອາໄລ. ລາຍຮັບໃນໂອກາດບຸນເຕັດກໍ່ດີກກວ່າ, ໄດ້ເງິນຫຼາຍ.
ບ້ານ ປາກແງ່ ມີກວ່າ 170 ຄອບຄົວ, ສ່ວນຫຼາຍແມ່ນຊາວເຜົ່າໄຕ່, ປະຈຸບັນຍັງມີກວ່າ 20 ຄອບຄົວທີ່ຍັງໄດ້ຮັກສາອາຊີບພື້ນເມືອງນີ້. ປ້າ ນົງທິເຫ້ວ ຜູ້ທີ່ຕິດພັນກັບອາຊີບເຮັດທູບມາເປັນເວລາກວ່າ 50 ປີໃຫ້ຮູ້ວ່າ: ທູບໄຕ່ ໄດ້ເຮັດຈາກຕົ້ນສະໝູນໄພທັງໝົດ, ໄດ້ເອົາໄປຕາກແດດ, ບົດເປັນແປ້ງເພື່ອເຮັດເປັນວັດຖຸດິບ. ດັ່ງນັ້ນ, ຜະລິດຕະພັນຈຶ່ງຈະມີກິ່ນຫອມອ່ອນ, ມີສັນຍາລັກຂອງເຂດພູຜາປ່າໄມ້. ປ້າ ນົງທິເຫ້ວ ເລົ່າສູ່ຟັງວ່າ:
ຄອບຄົວຂ້າພະເຈົ້າເຮັດທູບຈາກຕົ້ນ ກິວ ເອົາຢູ່ໃນປ່າ, ເອົາໃບໄມ້ປ່າ, ຕົ້ນທີ່ໂດກທີ່ຝຸ່ຍມາຕາກແດດ ແລ້ວເອົາໄປບົດເປັນແປ້ງ. ສ່ວນຕົ້ນຂາວ ແມ່ນຕັດຈາກຕົ້ນໃຫຍ່, ເອົາມາບົດແລ້ວຕາກໃຫ້ແຫ້ງ, ຮັບປະກັນປະໄວ້ໄດ້ດົນ, ບໍ່ໂໝກ, ບໍ່ເປັນພິດ.
ຍ້ອນໄດ້ເຮັດທູບຢ່າງລະອຽດລະອໍໃນແຕ່ລະຂັ້ນຕອນ, ທູບ ປາກແງ່ ຈຶ່ງມີຄວາມແຕກຕ່າງເມື່ອທຽບກັບທູບຊະນິດຕ່າງໆທີ່ເຮັດແບບອຸດສາຫະກຳທີ່ມີໃນທ້ອງຕະຫຼາດໃນປະຈຸບັນ. ຍ້ອນເຫດນັ້ນ, ປຊຊ ຍັງມີຄວາມເຊື່ອໝັ້ນໃຊ້ທູບໄຕ່ ໃນໂອກາດບຸນເຕັດ, ງານບຸນຕ່າງໆ. ໃນໂອກາດທ້າຍປີ, ບັນດາຄອບຄົວເຮັດທູບຕ້ອງເພີ່ມປະລິມານການຜະລລິດຂຶ້ນທົບ 2 ເທົ່າ, ສ້າງວຽກເຮັດງານທຳຕື່ມອີກ ແລະ ມີລາຍຮັບທີ່ເປັນປົກກະຕິໃຫ້ແກ່ຫຼາຍຄອບຄົວ. ທ່ານ ຈີວັນກຽນ, ນາຍບ້ານ ປາກແງ່ ໃຫ້ຮູ້ວ່າ:
ຢູ່ບ້ານ ປາກແງ່ ມີຫຼາຍຄອບຄົວໄດ້ເຮັດທູບມາແຕ່ຫຼາຍປີແລ້ວ, ໂດຍສະເພາະແມ່ນຍາມບຸນເຕັດ, ງານບຸນຕ່າງໆ ເຮັດໄດ້ຫຼາຍ. ລູກຄ້າຫຼາຍຄົນໄດ້ຊື້ໄປຂາຍຢູ່ຫຼາຍຕາແສງໃນແຂວງ. ດັ່ງນັ້ນ, ມີຫຼາຍຄອບຄົວໄດ້ພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນ, ເຂົາເຈົ້າໄດ້ກໍ່ເຮືອນ, ຊື້ລົດ, ເວົ້າລວມແລ້ວແມ່ນມີລາຍຮັບເປັນປົກກະຕິ.
ໃນຊຸມປີມໍ່ໆມານີ້, ພ້ອມກັບຄວາມມານະພະຍາຍາມຮັກສາອາຊີບພື້ນເມືອງຂອງ ປຊຊ, ບ້ານ ປາກແງ່ ຍັງໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍຈາກບັນດາແຫຼ່ງທຶນຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ລັດໄດ້ລົງທຶນກໍ່ສ້າງເສັ້ນທາງປູດ້ວຍເບຕົງຍາວກວ່າ 3 ກມ ໃຫ້ແກ່ບ້ານ ປາກແງ່, ປະກອບສ່ວນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາຄອບຄົວໃນບ້ານ ຮັກສາ ແລະ ເປີດກ້ວາງຂອບຂະໜາດການຜະລິດດຳເນີນທຸລະກິດ. ເອື້ອຍ ນົງທິງ່າ ຊາວບ້ານ ປາກແງ່ ແບ່ງປັນວ່າ:
ເມື່ອກອ່ນເສັນທາງໄປມາມີແຕ່ຂີ້ຕົມ, ການຂົນເຄື່ອງ, ວັດຖຸດິບ ຫຼືເອົາທູບໄປຂາຍລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ, ລູກຄ້າກໍ່ບໍ່ຢາກເຂົ້າໄປຊື້ທູບຢູ່ບ້ານ. ເມື່ອລັດໄດ້ໜູນຊ່ວຍກໍ່ສ້າງເສັ້ນທາງເບຕົງຈາກທຶນຂອງໂຄງການເປົ້າໝາຍແຫ່ງຊາດ, ປຊຊ ໃນບ້ານໄປມາມີຄວາມສະດວກສະບາຍກວ່າ. ລົດຈັກ, ລົດຂົນສົ່ງນ້ອຍສາມາດເຂົ້າຮອດປະຕູເຮືອນ, ການຊຶ້ຂາຍກໍ່ຄັບຄາໜາແໜ້ນ ຟົດຟື້ນກວ່າເກົ່າ, ປຊຊ ມີຄວາມພາກພູມໃຈທີ່ສຸດ.
ທູບໄຕ່ ປາກແງ່ ໄດ້ຢັ້ງຢືນທີ່ຕັ້ງຂອງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຂດພູສູງ, ລຽບງ່າຍ, ເຕັມໄປດ້ວຍຈິດວິນຍານຂອງເຂດພູຜາປ່າໄມ້. ບັນດາທູບນັ້ນບໍ່ພຽງແຕ່ໄດ້ຕິດພັນກັບຊີວິດການເຫຼື້ອມໃສສາສະໜາ, ຮີດຄອງປະເພນີຂອງຊາວເຜົ່າໄຕ່ເທົ່ານັ້ນ, ຫາກຍັງໄດ້ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຊາວທ້ອງຖິ່ນອີກດ້ວຍ. ການຮັກສາອາຊີບພື້ນເມືອງທັງໄດ້ປະກອບສ່ວນອະນຸລັກຮັກສາສີສັນວັດທະນະທຳ, ທັງເປີດການທຳມາຫາກິນທີ່ເປັນປົກກະຕິ, ຍືນຍົງໃຫ້ແກ່ ປຊຊ ເຂດພູສູງ./.