• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ຮັກ​ສາ​ອາ​ຊີບ​ຜະ​ລິດ​ເຂົ້າ​ໜົມ​ກູ​ເດີ​ພື້ນ​ເມືອງ​ຢູ່​ແຂວງ ຫ່າ​ຕິ້ງ

ກິ່ນຫອມຂອງຖົ່ວດິນ, ຂີງ ປະສົມກັບນ້ຳຕານອ້ອຍ ໄດ້ສ້າງເປັນລົດຊາດຫອມແຊບ, ເຮັດໃຫ້ລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດບໍ່ອາດລືມເມື່ອໄດ້ກິນເຂົ້າໜົມ ກູເດີ ຫ່າຕິ້ງ. ດ້ວຍລົດຊາດພິເສດສະເພາະ, ເຂົ້າໜົມກູເດີ ໄດ້ຢັງຢືນເຄື່ອງໝາຍການຄ້າໃນແຜນທີ່ອາຫານການກິນແຫ່ງຊາດ, ໄດ້ຮັບການເຊີດຊູໃນ “Top 100 ເຍື່ອງອາຫານ, ຂອງຕ້ອນພິເສດຂອງ ຫວຽດນາມ”.
(ພາບ: ກີມລຽວ)

ແຕ່ລະສ່ວນປະກອບໃນເຂົ້າໜົມກູເດີ ລ້ວນແຕ່ແມ່ນບັນດາຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະ, ສ້າງເປັນລົດຊາດສະເພາະຂອງເຂດດິນແດນ ຫ່າຕິ້ງ: ນ້ຳຕານອ້ອຍ, ຖົ່ວດິນ, ຂີງ, ແຜ່ນເຂົ້າຂຽບ… ເອື້ອຍ ຫງວຽນທິຖາວ, ເຈົ້າຂອງຮາກຖານຜະລິດເຂົ້າໜົມກູເດີ ຢູ່ຕາແສງ ເຮືອງເຊີນ, ຫ່າຕິ້ງ ໃຫ້ຮູ້ວ່າ:

               ຍາມໃດ ພວກຂ້າພະເຈົ້າກໍ່ປະຕິບັດແຕ່ລະຂັ້ນຕອນຢ່າງລະອຽດລະອໍທີ່ສຸດ, ຈາກຂອດຄັດເລືອກວັດຖຸດິບ ຕະຫຼອດຮອດການປຸງແຕ່ງ, ຫຸ້ມຫໍ່…ລ້ວນແຕ່ໄດ້ເຮັດຢ່າງລອບຄອບທີ່ຖ້ວນ, ລະອຽດ. 100% ແມ່ນວັດຖຸດິບເອົາມາຈາກທຳມະຊາດ, ແມ່ນຜະລິດຕະພັນທີ່ໄດ້ຄັດເລືອກດີທີ່ສຸດໃນເຂດດິນແດນ ຫ່າຕິ້ງ. ໃນຂອດປຸງແຕ່ງໃນເບື້ອງຕົ້ນ, ບັນດາວັດຖຸດິບຕົ້ນຕໍລ້ວນແຕ່ໄດ້ຮັບກາວດກາ, ເຮັດສະອາດ.

(ພາບ: ກີມລຽວ)

ວິວັດການເຮັດເຂົ້າໜົມກູເດີ ແມ່ນໜຶ່ງສິລປະຫັດຖະກຳ ຊື່ງໄດ້ຮຽກຮ້ອງຕ້ອງມີຄວາມອົດທົນ, ມີບົດຮຽນປະສົບການ ແລະ ມີຄວາມຮູ້ສຶກທີ່ຍອດຍິ່ງ ຊື່ງເຄື່ອງຈັກຈະບໍ່ສາມາດເຮັດແທນໄດ້.

     ຂັ້ນຕອນຍາກກ່ວາໝູ່ແມ່ນເວລາທີ່ປົງໝໍ້ເມື່ອຕົ້ມຫາກໍ່ສຸກ. ເພື່ອມີເຂົ້າໜົມທີ່ແຊບໄດ້, ເຄື່ອງປະກອບເຮັດໃຈເຂົ້າໜົມຕ້ອງຕົ້ມໃນເວລາທີ່ພໍດີ ແລະ ປົງໝໍ້ແລ້ວຕ້ອງເຮັດໃຫ້ໄວ ເພື່ອບໍ່ໃຫ້ໃຈເຂົ້າໝົມແຂງ. ເອື້ອຍ ໂຮ່ທິຊວັນ, ຮາກຖານຜະລິດເຂົ້າໜົມກູເດີ ຊວັນກຽນ ໃຫ້ຮູ້ວ່າ:   ນອກຈາກວັດຖຸດິບ, ກໍ່ຕ້ອງນຳໃຊ້ເຕັກນິກການຕົ້ມ, ໃຊ້ໄຟແຮງ ເຂົ້າໜົມຈະບໍ່ແຊບ, ໃຊ້ໄຟຄ່ອຍກໍ່ເຊັ່ນດຽວກັນ. ຕ້ອງມີຜູ້ປັບໄຟ ຮັບປະກັນດ້ານເຕັກນິກຈຶ່ງຈະມີເຂົ້າໜົມແຊບໄດ້.

              ປະຈຸບັນ, ຫ່າຕິ້ງ ມີຮາກຖານຜະລິດເຂົ້າໜົມກູເດີ ນັບຮ້ອຍແຫ່ງ, ຈາກບັນດາຄອບຄົວ ຕະຫຼອດຮອດບັນດາວິສາຫະກິດມີຂອບຂະໜາດໃຫຍ່ກ່ວາ, ຊື່ງໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານທ້ອງຖິ່ນນັບພັນຄົນ. ໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” (OCOP) ໄດ້ຊ່ວຍໃຫ້ບັນດາຮາກຖານຜະລິດ ໄດ້ຍົກລະດັບຜະລິດຕະພັນ ຜ່ານການໜູນຊ່ວຍຫັນຂັ້ນຕອນເປັນມາດຖານ, ຮັບປະກັນຫຼັກອະນາໄມສະບຽງອາຫານ, ສ້າງເຄື່ອງໝາຍການຄ້າ, ອອກແບບການຫຸ້ມຫໍ່ທີ່ເປັນມືອາຊີບ ແລະ ເປີດກ້ວາງຕະຫຼາດ. ເຄື່ອງໝາຍການຄ້າເຂົ້າໜົມກູເດີ ດ້ວຍການຢັ້ງຢືນ OCOP 3 ດາວ ບໍ່ພຽງແຕ່ໄດ້ພິຊິດຕະຫຼາດພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ສົ່ງອອກໄປຍັງບັນດາຕະຫຼາດຕ່າງປະເທດອີກດ້ວຍ.

            ໂດຍແມ່ນລຸ້ນທີ 3 ໄດ້ສືບທອດອາຊີບທີ່ເປັນມູນເຊື້ອຂອງຄອບຄົວ, ເອື້ອຍ ເຈິ່ນທິຮວ່າ ແບ່ງປັນວ່າ:

  ຫວ່າງແລ້ວນີ້, ເຂົ້າໜົມກູເດີ ໄດ້ສົ່ງໄປຍັງຕະຫຼາດ ຍີ່ປຸ່ນ, ອາເມລິກາ. ນີ້ແມ່ນຜະລິດຕະພັນທຳອິດຂອງທ້ອງຖິ່ນທີ່ໄດ້ສົ່ງອອກຕາມໂຄຕາ ຊື່ງຜະລິດຕະພັນຈະໄດ້ຮູ້ຈັກເຖິງຫຼາຍກວ່າ ກໍ່ຄືປະກອບສ່ວນຊ່ວຍເສດຖະກິດທ້ອງຖິ່ນພັດທະນາດີກ່ກວ່າ. ຕະຫຼາດນັບມື້ນັບມີການແກ້ງແຍ້ງ ແລະ ຮຽກຮ້ອງຄຸນນະພາບຜະລິດຕະພັນຢ່າງເຂັ້ມງວດ, ເຂົ້າໜົມກູເດີ ໄດ້ຢັງຢືນທີ່ຕັ້ງຂອງຕົນ ຍ້ອນໄດ້ຖືເປັນສຳຄັນແຕ່ລະລາຍລະອຽດ, ນັບແຕ່ວັດຖຸດິບຕະຫຼອດຮອດຂັ້ນຕອນການຜະລິດ.

            ສຳລັບແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ, ເມື່ອໄດ້ກິນເຂົ້າໜົມກູເດີ ບໍ່ພຽງແຕ່ໄດ້ຊິມລົດຊາດເຍື່ອງອາຫານພິເສດຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງມີຄວາມຮູ້ສຶກຕໍ່ອາຫານການກິນທີ່ເປັນເອກະລັກສະເພາະຂອງເຂດດິນແດນແຫ່ງໜຶ່ງອີກດ້ວຍ. ເອື້ອຍ ຮວ່າງທິຮັ່ງ, ຮ່າໂນ້ຍ ໃຫ້ຮູ້ວ່າ:

           ແຕ່ລະເທື່ອໄປປະຕິບັດງານຢູ່ ຫ່າຕິ້ງ, ຂ້າພະເຈົ້າກໍ່ຕ້ອງຊື້ເຂົ້າໜົມກູເດີ ມາເປັນຂອງຕ້ອນໃຫ້ຄອບຄົວ ແລະ ບໍລິສັດ. ເມື່ອກິນແລ້ວຈະຮູ້ສຶກໄດ້ລົດຫອມມັນຂອງຖົ່ວດິນ, ຄວາມກອບຂອງເຂົ້າໜົມຂຽບ ແລະ ລົດຫວານຂອງນ້ຳຕານອ້ອຍ. ນີ້ແມ່ນຂອງຕ້ອນເຂດບ້ານນາທີ່ລຽບງ່າຍ, ຂ້າພະເຈົ້າມັກທີ່ສຸດ. ເມື່ອກິນເຂົ້າໜົມກູເດີ ຕ້ອງດື່ມຊາຂຽວພ້ອມ ແມ່ນດີທີ່ສຸດ.

            ແຕ່ຫຼາຍປີມານີ້, ເຂົ້າໜົມກູເດີ ຕິດພັນກັບຊາວ ຫ່າຕິ້ງ, ຂອງຕ້ອນເຂດບ້ານນາຊະນິດນີ້ ແມ່ນຈຸດທີ່ເປັນເອກະລັກສະເພາະຂອງຊາວເຂດດິນແດນທີ່ເຕັມໄປດ້ວຍແດດ, ລົມທາງພາກກາງ ຫວຽດນາມ ແຫ່ງນີ້./.

(ແຫຼ່ງຄັດຈາກ VOV)

ຈວຽນໝີ໊: ເຜີຍແຜ່ຄຸນຄ່າຫັດຖະກຳ ຫວຽດ ໃນແຜນທີ່ ແຫ່ງຄວາມ ປະດິດຄິດສ້າງ ໃນທົ່ວໂລກ

ຈວຽນໝີ໊: ເຜີຍແຜ່ຄຸນຄ່າຫັດຖະກຳ ຫວຽດ ໃນແຜນທີ່ ແຫ່ງຄວາມ ປະດິດຄິດສ້າງ ໃນທົ່ວໂລກ

ການທີ່ໝູ່ບ້ານອາຊີບ ຝັງເປືອກຫອຍ ແລະ ຂັດມັນ ຈວຽນໝີ໊ ໄດ້ ເຂົ້າເປັນສະມາຊິກ ຂອງເຄືອຂ່າຍ ບັນດາຕົວເມືອງຫັດຖະກຳ ປະ ດິດສ້າງໂລກ ໄດ້ເປັນຂີດໝາຍ ບາດກ້າວອັນສຳຄັນ ຂອງ ຫັດຖະ ກຳ ຫວຽດ ໃນເສັ້ນທາງແຫ່ງການເຊື່ອມໂຍງ. ຈາກມໍລະດົກ ທີ່ມີ ມາ ເກືອບໜຶ່ງພັນປີ, ຈວຽນໝີ໊ ກໍາລັງ ເຜີຍແຜ່ຄຸນຄ່າ ທາງວັດທະ ນະທຳ ດັ້ງເດີມ ເຂົ້າສູ່ພື້ນທີ່ ແຫ່ງການປະດິດສ້າງ ລະດັບໂລກ ເທື່ອລະກ້າວ.

Top