ແຕ່ດົນນານມາແລ້ວ, ໝູ່ບ້ານອາຊີບແກະສະຫຼັກໄມ້ສິລະປະ ລາຊວຽນ, ຕາແສງ ຫວູ້ເຢືອງ, ແຂວງ ນິງບິງ ໄດ້ເປັນທີ່ຮູ້ຈັກເຖິງແມ່ນໜຶ່ງໃນບັນດາອູ່ຂອງສິລະປະແກະສະຫຼັກໄມ້ພື້ນເມືອງທີ່ມີຊື່ຽງອັນດັບໜຶ່ງຢູ່ພາກເໜືອ ຫວຽດນາມ. ດ້ວນປະຫວັດສາດກວ່າ 1000 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ໝູ່ບ້ານແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນອີງດ້ານເສດຖະກິດຂອງຊາວທ້ອງຖິ່ນເທົ່ານັ້ນ, ຫາກຍັງແມ່ນບ່ອນເກັບຮັກສາບັນດາຈຸດວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດອີກດ້ວຍ.
ທຸກຂອດຜະລິດລ້ວຍແຕ່ໄດ້ເຮັດດ້ວຍມືຢ່າງລະອຽດ (ພາບ: ກີມລ້ຽວ)
ນັບແຕ່ຍາມຮຸ່ງເຊົ້າຕະຫຼອດຮອດຕອນຄ່ຳ, ເວລາໃດກໍ່ຈະມີສຽງຈັກເລື່ອຍ, ຈັກຕັດ, ສຽງຄວານໄມ້ດັງຂຶ້ນໃນໝູ່ບ້ານ ລາຊວຽນ; ໃນທາງເຂົ້າໝູ່ບ້ານສາຍຕ່າງໆ, ບັນດາຖ້ຽວລົດຂົນສົ່ງວັດສະດຸ ຮັບໃຊ້ຄວາມຕ້ອງການຜະລິດ ໄດ້ທຽວໄປມາຢ່າງຄັບຄາໜາແໜ້ນ. ພາຍໃຕ້ສີມືອັນຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງຂອງນາຍຊ່າງ, ທ່ອນໄມ້ແຕ່ລະທ່ອນໄດ້ກາຍເປັນຜະລິດຕະພັນທີ່ມີລວດລາຍແກະສະຫຼັກກ່ຽວກັບຮູບພາບຕົ້ນໄມ້ໃບຫຍ້າ, ດອກໄມ້ຫຼາຍຊະນິດ, ສັດສາວະສິ່ງຕ່າງໆ, ຮູບພາບຄົນ ຫຼື ທິວທັດທຳມະຊາດ….
ທ່ານ ຟ້າມງອກຕວັນ, ເລຂາໜ່ວຍພັກບ້ານ ລາຊວຽນ, ຕາແສງ ຫວູ້ເຢືອງ, ແຂວງ ນິງບິງ ໃຫ້ຮູ້ວ່າ:
ໝູ່ບ້ານອາຊີບ ລາຊວຽນ ຈະຕ່າງກັບໝູ່ບ້ານອື່ນໆ. ນີ້ແມ່ນໝູ່ບ້ານອາຊີບພື້ນເມືອງ, ແກະສະຫຼັກບັນດາລວດລາຍເປັນຕົ້ນ. ນາຍຊ່າງຈະແກະສະຫຼັກດ້ວຍມື, ບໍ່ໃຊ້ເຄື່ອງຈັກ. ຕົວຢ່າງຄື: ເຮັດເຄື່ອງເຟີນີເຈີ, ຕຽງ, ຕັ່ງ, ຕູ້ຊາບໍ່ສາມາດເຮັດດ້ວຍເຄື່ອງຈັກໄດ້ ນາຍຊ່າງຕ້ອງເຮັດດ້ວຍມື 100%. ສິ່ງຍອດຍິ່ງຄືແນວນັ້ນບໍ່ມີວັນຈະຖືກສູນຫາຍໄປໄດ້, ບໍ່ມີແຫ່ງໃດສາມາດເຮັດໄດ້ຄືແນວນັ້ນ.
ນາຍຊ່າງ ຫງວຽນວັນດຶກ ກຳລັງເຮັດຂັ້ນຕອນສຸດທ້າຍ ຂອງຜະລິດຕະພັນ (ພາບ: ກີມລ້ຽວ)
ດ້ວຍກຸ່ມອຸດສາຫະກຳໝູ່ບ້ານອາຊີບ ລາຊວຽນ ທີ່ມີເນື້ອທີ່ກວ້າງ 16 ເຮັກຕາ, ໄດ້ດຶງດູດກວ່າ 30 ວິສາຫະກິດ ແລະ ກວ່າ 1.000 ຮາກຖານການຜະລິດ, ແຕ່ລະປີ ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານທ້ອງຖິ່ນປະມານ 5.000 ຄົນ. ຜະລິດຕະພັນໄດ້ຮັບໃຊ້ຄວາມຕ້ອງການພາຍໃນປະເທດ ກໍ່ຄືສົ່ງອອກໄປຍັງ ຈີນ, ໄທ, ຍີ່ປຸ່ນ ແລະ ບັນດາປະເທດ ເອີລົບ.
ນັກສິລະປະການ ເຢືອງວັນຮ່ຽນ, ຜູ້ອຳນວຍການບໍລິວັດຫຸ້ນສ່ວນ ລາຊວຽນວ່າງ, ຕາແສງ ຫວູ້ເຢືອງ, ແຂວງ ນິງບິງ ໃຫ້ຮູ້ວ່າ:
ປະຈຸບັນ, ລະບົບຄົມມະນາຄົມມີຄວາມສະດວກສະບາຍທີ່ສຸດ, ບັນດາຜະລິດຕະພັນ, ສິນຄ້າມີຫຼາຍຮູບຫຼາຍແບບ, ຄຸນນະພາບດີ, ແຂກຕ່າງປະເທດ ແລະ ຢູ່ແຂວງຕ່າງໆກໍ່ມາໝູ່ບ້ານ ລາຊວຽນ ຊື້ເຄື່ອງຂອງ. ພວກຂ້າພະເຈົ້າຢາກສ້າງເຄື່ອງໝາຍການຄ້າໝູ່ບ້ານອາຊີບ, ພັດທະນາສິນຄ້າທີ່ມີຄຸນນະພາບດີ ແລະ ແນະນຳຢູ່ພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ.
ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ລາຊວຽນ. (ພາບ: ກິມລ້ຽວ)
ປະຈຸບັນ, ເຄື່ອງຫັດຖະກຳສິລະປະໄມ້ ລາຊວຽນ ບໍ່ພຽງແຕ່ແມ່ນສູນຜະລິດເຄື່ອງໄມ້ພື້ນເມືອງເທົ່ານັ້ນ ຫາກຍັງເປັນທີ່ສົນໃຈຢາກຊອກຮູ້ຈາກບັນດາແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ. ແຂກມາໝູ່ບ້ານຈະມີໂອກາດເຫັນປະຈັກຕາຂັ້ນຕອນການຜະລິດໄມ້ທີ່ຍອດຍິ່ງຂອງບັນດານັກສິລະປະກອນ, ນາຍຊ່າງ ພ້ອມທັງຈະຮູ້ສຶກໄດ້ເຖິງຄຸນຄ່າວັດທະນະທຳທີ່ມີມາແຕ່ດົນນານຂອງໝູ່ບ້ານອາຊີບຢ່າງຈະແຈ້ງ. ອ້າຍ ເຢືອງວັນແບັກ, ແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານອາຊີບເຄື່ອງຫັດຖະກຳສິລະປະໄມ້ ລາຊວຽນ ໃຫ້ຮູ້ວ່າ:
ຂ້າພະເຈົ້າໄດ້ໄປຫຼາຍໝູ່ບ້ານອາຊີບແກະສະຫຼັກໄມ້ຄື: ໝູ່ບ້ານອາຊີບແກະສະຫຼັກໄມ້ ຝູ່ເຄ, ກີມທ່ຽວ, ດົ່ງກີ້, ຢືຢູ້, ທຽດອຶງ. ແຕ່ຂ້າພະເຈົ້າເອງ ແລະ ໝູ່ເພື່ອນຂອງຕົນພັດມີຄວາມນິຍົມຜະລິດຕະພັນແກະສະຫຼັກໄມ້ຢູ່ ລາຊວຽນ ທີ່ສຸດ ຍ້ອນມີຈຸດພິເສດສະເພາະຕ່າງຫາກ.
ຄະນະຄຸ້ມຄອງໝູ່ບ້ານອາຊີບ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆພວມຍູ້ແຮງການໂຄສະນາເຄື່ອງໝາຍການຄ້າໝູ່ບ້ານອາຊີບຊ່າງໄມ້ ລາຊວຽນ ຜ່ານບັນດາງານຕະຫຼາດນັດ, ງານວາງສະແດງ ສົມທົບກັບການໝູນໃຊ້ເຕັກໂນໂລຊີດີຈີຕອນ. ພ້ອມກັນນັ້ນ, ກໍ່ຍູ້ແຮງການພັດທະນາຮູບແບບໝູ່ບ້ານອາຊີບ ລາຊວຽນ ຕິດພັນກັບການທ່ອງທ່ຽວລົງຕົວຈິງ. ທ່ານ ເຈິ່ນບາຮວັນ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫວູ້ເຢືອງ, ແຂວງ ນິງບິງ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ ເພື່ອເຮັດແນວໃດໃຫ້ໂຄສະນາຜະລິດຕະພັນຂອງໝູ່ບ້ານອາຊີບໄດ້. ບັນດາວິສາຫະກິດ, ຄອບຄົວທຳການຜະລິດມີການກຳນົດທິດລະອຽດ ເພື່ອໃຫ້ບັນດາລູກຄ້າມຸ່ງໄປເຖິງການໃຊ້ບັນດາຜະລິດຕະພັນຂອງເຮົາ. ພວກຂ້າພະເຈົ້າກຳລັງສ້າງແຜນການ, ໂຄສະນາພັດທະນາໝູ່ບ້ານອາຊີບສົມທົບກັບການທ່ອງທ່ຽວ.
ໝູ່ບ້ານຫັດຖະກຳໄມ້ວິຈິດສິນ ລາຊວຽນ ໄດ້ສ້າງຕັ້ງເປັນຖະໜົນສາຍອາຊີບ ທີ່ຕັ້ງຢູ່ຕິດກັບທາງຫຼວງແຫ່ງຊາດເລກ 10. (ພາບ: ກິມລ້ຽວ)
ການຮັກສາ ແລະ ພັດທະນາອາຊີບຊ່າງໄມ້ ລາຊວຽນ ຕິດພັນກັບການທ່ອງທ່ຽວ ໄດ້ເປີດທິດເດີນໃໝ່ໃຫ້ແກ່ໝູ່ບ້ານອາຊີບພື້ນເມືອງ, ປະກອບສ່ວນແຜ່ກະຈາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກພິເສດສະເພາະຂອງທ້ອງຖິ່ນ ໄປເຖິງບັນດາແຂກທ່ອງທ່ຽວ. ຮູບແບບນີ້ບໍ່ພຽງແຕ່ໄດ້ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດແບບຍືນຍົງເທົ່ານັ້ນ, ຫາກຍັງໄດ້ອະນຸລັກຮັກສາລັກສະນະພື້ນເມືອງຂອງອາຊີບຊ່າງໄມ້ໃນວິວັດທະນາການແຫ່ງການເຊື່ອມໂຍງໄດ້ຢ່າງຄົບຖ້ວນອີກດ້ວຍ.