ຕອນເຊົ້າວັນທີ 17 ພະຈິກ, ທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄປຮອດສະໜາມບິນສາກົນ Ninoy Aquino, ນະຄອນຫຼວງ ມານີລາ, ເລີ່ມຕົ້ນການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມໃຫຍ່ ລະຫວ່າງ ລັດຖະສະພາ ບັນດາປະເທດ ອາຊຽນ ຄັ້ງທີ 47 (AIPA – 47) ຢູ່ຟີລິບປິນ, ແຕ່ວັນທີ 17 – 18 ພະຈິກ.
ທ່ານ ເຈີ່ນແທັງເໝີນ, ປະທານສະພາແຫ່ງຊາດ ໄປຮອດນະຄອນຫຼວງ ມານີລາ, ປະເທດ ຟິລິບປິນ (ພາບ: VNA)
ຕ້ອນຮັບທ່ານ ເຈິ່ນແທັງເໝີນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ຢູ່ ສະໜາມບິນ ມີ ຜູ້ຕາງໜ້າຄະນະຈັດຕັ້ງອົງການ AIPA. ສ່ວນຝ່າຍ ຫວຽດນາມ ມີທ່ານ ລ້າຍທ໋າຍບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟິລິບປິນ; ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ຟິລິບປິນ.
ຄາດວ່າ, ໃນການໄປປະຕິບັດງານຄັ້ງນີ້, ທ່ານ ເຈິ່ນແທັງເໝີນ ຈະເຂົ້າຮ່ວມພິທີໄຂ ກອງປະຊຸມໃຫຍ່ AIPA – 47 ແລະ ມີບົດຄຳເຫັນສຳຄັນທີ່ວາລະປະຊຸມຄົບຄະນະຄັ້ງທີ 1; ເຂົ້າຮ່ວມ, ກ່າວຄຳເຫັນທີ່ກອງປະຊຸມຄະນະກຳມະການບໍລິຫານງານ AIPA ; ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມກັບຫົວໜ້າຄະນະລັດຖະສະພາ ສະມາຊິກ AIPA ເຂົ້າຢ້ຽມຂຳ່ນັບ ປະທານສະພາຕຳ່ ຟີລິບປິນ (ປະທານ AIPA – 47); ພົບປະສອງຝ່າຍກັບຫົວໜ້າລັດຖະສະພາປະເທດຕ່າງໆ.
(ແຫຼ່ງຄັດຈາກ VOV)