• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ເສັ້ນ​ທາງ​ທະ​ເລ, ເສັ້ນ​ທາງ​ບົກ​ຄວາມ​ໄວ​ສູງ

ນອກຈາກປະຕິບັດສຳເລັດເປົ້າໝາຍການກໍ່ສ້າງເສັ້ນທາງບົກຄວາມໄວສູງ 3.000 ກິໂລແມັດ ໃນທ້າຍປີ 2025 ນີ້, ຂະແໜງກໍ່ສ້າງຕ້ອງປະຕິບັດສຳເລັດໄລຍະທີ 1 ຂອງທ່າອາກາດສະຍານສາກົນ ລອງແທັ່ງ; ສຳເລັດ ແລະ ໄດ້ຮັບການຮັບຮອງແຜນການລົງທຶນບັນດາໂຄງການໃຫຍ່ຈາກຂັ້ນມີສິດອຳນາດ; ນຳເສັ້ນທາງລົດໄຟຕົວເມືອງ ກາດລິງ - ຮ່າດົງ ເຂົ້າໃຊ້ງານ; ສູ້ຊົນປະຕິບັດສຳເລັດເສັ້ນທາງແຄມທະເລຕາມແຜນຜັງ.
ບັນຍາກາດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງກໍ່ສ້າງ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຂຸດຄົ້ນທ່າແຮງຂອງເສັ້ນທາງທະເລ, ເສັ້ນທາງບົກຄວາມໄວສູງ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກສິ່ງດັ່ງກ່າວໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງກໍ່ສ້າງ ຄັ້ງທີ 1, ອາຍຸການ 2025 – 2030, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 05 ສິງຫາ, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນອກຈາກປະຕິບັດສຳເລັດເປົ້າໝາຍການກໍ່ສ້າງເສັ້ນທາງບົກຄວາມໄວສູງ 3.000 ກິໂລແມັດ ໃນທ້າຍປີ 2025 ນີ້, ຂະແໜງກໍ່ສ້າງຕ້ອງປະຕິບັດສຳເລັດໄລຍະທີ 1 ຂອງທ່າອາກາດສະຍານສາກົນ ລອງແທັ່ງ; ສຳເລັດ ແລະ ໄດ້ຮັບການຮັບຮອງແຜນການລົງທຶນບັນດາໂຄງການໃຫຍ່ຈາກຂັ້ນມີສິດອຳນາດ; ນຳເສັ້ນທາງລົດໄຟຕົວເມືອງ ກາດລິງ - ຮ່າດົງ ເຂົ້າໃຊ້ງານ; ສູ້ຊົນປະຕິບັດສຳເລັດເສັ້ນທາງແຄມທະເລຕາມແຜນຜັງ. ທ່ານກ່າວວ່າ:

“ຕ້ອງປ່ຽນແປງຈິນຕະນາການ, ມີການກະທຳຢ່າງຂ້ຽວຂາດ. ທ່າແຮງກ່ຽວກັບເສັ້ນທາງທະເລ ແລະ ເສັ້ນທາງນ້ຳຂອງພວກເຮົາແມ່ນໃຫຍ່ຫຼວງ, ການລົງທຶນບໍ່ຫຼາຍ ແຕ່ກໍຍັງບໍ່ທັນຂຸດຄົ້ນໄດ້ເທື່ອ. ດ້ວຍເສັ້ນທາງທະເລມີຄວາມຍາວກວ່າ 3.000 ກິໂລແມັດ, ຖ້າແບ່ງຕາມອັດຕາເນື້ອທີ່ແມ່ນສູງທີ່ສຸດ. ທ່າໄດ້ປຽບແມ່ນໃຫຍ່ຫຼວງທີ່ສຸດ ແຕ່ຍັງບໍ່ທັນມີນະໂຍບາຍເພື່ອຂຸດຄົ້ນ. ການລົງທຶນເສັ້ນທາງຄວາມໄວສູງ ແມ່ນມີຄວາມຈຳເປັນທີ່ສຸດ ເພາະວ່າ ຈະເປີດຂົງເຂດພັດທະນາຢູ່ເຂດດິນຕໍ່ແຜ່ນ.”

(ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊ​າດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວ​ດ​ກາ​ຄັ້ງ​ທຳ​ອິດ

ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊ​າດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວ​ດ​ກາ​ຄັ້ງ​ທຳ​ອິດ

ເວທີປາໄສກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຄັ້ງທຳອິດ ໂດຍ ຄະນະປະຈຳສະພາແຫ່ງຊາດ ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການຕິດຕາມກວດກາຂອງສະພາແຫ່ງຊາດເພື່ອສ້າງສາພັດທະນາ”.

Top