ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ໃນນັ້ນມີການຄ້າປ້ອງກັນຊາດ, ການຖ່າຍທອດເຕັກໂນໂລຢີ, ຊຸກຍູ້ການຮ່ວມມືວິທະຍາສາດ ເຕັກໂນໂລຢີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silvaໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ເປີດກ້ວາງ 2025 ແລະ ການເຄື່ອນໄຫວສອງຝ່າຍ ຢູ່ບຣາຊິນ ໃນວັນທີ05 ກໍລະກົດ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva.
ໃນການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຂອບອົກຂອບໃຈ ບຣາຊິນ ໄດ້ສະໜັບສະໜູນ ຫວຽດນາມ ກາຍເປັນຄູ່ຮ່ວມມື BRICS, ທ່ານຢັ້ງຢືນວ່າ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມດ້ວຍຄວາມຮັບຜິດຊອບສູງທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງ, ປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມລວມເພື່ອຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາຢ່າງຕັ້ງໜ້າ, ເສີມຂະຫຍາຍບົດບາດຂອງບັນດາປະເທດທາງທິດໃຕ້ ຢູ່ບັນດາລະບອບລະບຽບການຄຸ້ມຄອງທົ່ວໂລກ; ພ້ອມທັງສະແດງການສະໜັບສະໜູນ ແລະ ປະກອບສ່ວນຂອງ ຫວຽດນາມ ເຂົ້າຜົນສຳເລັດຂອງ BRICS ໃນອາຍຸການດຳລົງຕຳແໜ່ງປະທານຂອງບຣາຊິນ.
ກ່ຽວກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ໃນນັ້ນມີການຄ້າປ້ອງກັນຊາດ, ການຖ່າຍທອດເຕັກໂນໂລຢີ, ຊຸກຍູ້ການຮ່ວມມືວິທະຍາສາດ ເຕັກໂນໂລຢີ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຂຸດຄົ້ນ ແລະ ການຄ້າບໍ່ແຮ່, ethanol ແລະ ພະລັງງານ biomass, ຫັນເປັນດີຈີຕອນ, ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ຍຸຕິທຳ.
ໃນຂອບເຂດການເຄື່ອນໄຫວນີ້, ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ Galeao ຢູ່ນະຄອນ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖວາຍດອກໄມ້ເນື່ອງໂອກາດວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ຢູ່ປ້າຍລະນຶກໃສ່ຊື່ປະທານໂຮ່ຈີມິນ ຢູ່ນະຄອນ Rio de Janeiro.
(ແຫຼ່ງຄັດຈາກ VOV)