• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ກຸ່ມບໍລິສັດ Samsung ກາຍເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ກຸ່ມບໍລິສັດ Samsung ສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດເຕັກໂນໂລຊີສູງ, ຄົ້ນຄວ້າ ແລະ ພັດທະນາ (R&D); ໜູນຊ່ວຍ ຫວຽດນາມ ໃນການສ້າງລະບົບນິເວດເຕັກໂນໂລຊີ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານ Roh Tae Moon, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Samsung ເອເລັກໂຕນິກ (ສ.ເກົາຫຼີ)

ວັນທີ 26 ສິງຫາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານ Roh Tae Moon, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Samsung ເອເລັກໂຕນິກ (ສ.ເກົາຫຼີ) ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ກຸ່ມບໍລິສັດ Samsung ສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດເຕັກໂນໂລຊີສູງ, ຄົ້ນຄວ້າ ແລະ ພັດທະນາ (R&D); ໜູນຊ່ວຍ ຫວຽດນາມ ໃນການສ້າງລະບົບນິເວດເຕັກໂນໂລຊີ, ໂດຍສະເພາະແມ່ນການຜະລິດຊິບ ແລະ ເອເລັກໂຕນິກ; ຊຸກຍູ້ການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ…

ສ່ວນທ່ານ Roh Tae Moon ໃຫ້ຮູ້ວ່າ, Samsung ຫວຽດນາມ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ພິເສດ, ນັບແຕ່ຕົ້ນປີ 2025, Samsung ຫວຽດນາມ ໄດ້ສົມທົບກັບກຸ່ມບໍລິສັດສ້າງກຸ່ມປະຕິກິລິຍາດ່ວນສ້າງຂັ້ນຕອນຊອກຫາແຫຼ່ງສະໜອງຢ່າງມີລະບົບ.

ຮອດປີ 2024, ຍອດເງິນລົງທຶນຂອງ Samsung ຢູ່ ຫວຽດນາມ ບັນລຸລະດັບ 23,2 ຕື້ USD. ຮອດທ້າຍເດືອນ ມິຖຸນາ 2025, ບັນດາໂຮງງານຜະລິດໂທລະສັບມືຖືຢູ່ ບັກນິງ ແລະ ທາຍງວຽນ ຂອງ Samsung ໄດ້ຜະລິດໂທລະສັບມືຖືໄດ້ 2 ຕື້ອັນ ພາຍຫຼັງ 16 ປີນັບແຕ່ເມື່ອເລີ່ມຜະລິດ (ປີ 2009)

(ແຫຼ່ງຄັດຈາກ VOV)

ງານວາງສະແດງຜົນງານຂອງປະເທດຊາດ 80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ

ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”

ນີ້ແມ່ນງານວາງສະແດງທີ່ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

Top