• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າ​ນັ້ງ​ເພີ່ມ​ຄວາມ​ໄວ​ໃນ​ການ​ກາຍ​ເປັນ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຢັ້ງຢືນວ່າກະຊວງໄດ້ພ້ອມກັບນະຄອນດ່ານັ້ງ ສ້າງສູນນະວັດຕະກຳ ແຖວໜ້າ ຫວຽດນາມ.
  ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV )  

ນະຄອນດ່ານັ້ງ ພວມເພີ່ມຄວາມໄວໃນການປະຕິບັດແງ່ຫວັງກາຍເປັນສູນນະວັດຕະກຳແຫ່ງຊາດ ແລະ ຕົວເມືອງອັດສະລິຍະແຖວໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້, ດ້ວຍການກຳນົດທິດ “ໄປກ່ອນ, ເປັນແບບຢ່າງ”. ນັ້ນແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການເຮັດວຽກລະຫວ່າງຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ການນຳນະຄອນດ່ານັ້ງ ກ່ຽວກັບສະພາບການຜັນຂະຫຍາຍມະຕິເລກທີ 57ຂອງກົມການເມືອງ ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 28 ກໍລະກົດ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ  ແລະ ເຕັກໂນໂລຢີ ຢັ້ງຢືນວ່າກະຊວງໄດ້ພ້ອມກັບນະຄອນດ່ານັ້ງ ສ້າງສູນນະວັດຕະກຳ ແຖວໜ້າ ຫວຽດນາມ. ເພາະສະນັ້ນ, ນະຄອນດ່ານັ້ງ ຕ້ອງສືບຕໍ່ກຳນົດການຫັນເປັນດີຈີຕອນແມ່ນບຸລິມະສິດເພື່ອພັດທະນາວິທະຍາ ສາດເຕັກໂນໂລຢີ, ເພີ່ມທະວີງົບປະມານໜູນຊ່ວຍວິສາຫະກິດນະວັດຕະກຳ. ທ່ານ ຫງວຽນແມັ້ງຮຸ່ງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າເຫັນໄດ້ຈິດໃຈບຸກນຳໜ້າຂອງດ່ານັ້ງ, ພິເສດແມ່ນຜູ້ນຳນະຄອນ. ຍ້ອນມີຈິດໃຈນີ້ ເຮັດໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກໍ່ຄືບັນດາວິສາຫະກິດໄດ້ພ້ອມກັນມາທີ່ນີ້ເພື່ອສືບຕໍ່ຮ່ວມເດີນທາງກັບນະຄອນສ້າງເປັນບັນດາຜົນສຳເລັດ. ຈາກນັ້ນ, ກໍ່ແຜ່ກະຈາຍອອກສູ່ທົ່ວປະເທດ, ສ້າງບາດກ້າວບຸກທະລຸໃຫ້ແກ່ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ພິທີເປີດສະຫຼອງແມ່ນການສືບທອດມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ, 2 ຊາດ, ແມ່ນສັນຍາລັກໃຫ້ແກ່ການສືບທອດຂອງຄົນລຸ່ນຕ່າງໆ, ໃຫ້ແກ່ການກຽມພ້ອມພັດທະນາ, ຮ່ວມມືລະຫວ່າງ ລັດເຊຍ ແລະ ຫວຽດນາມ.

Top