2 ຝ່າຍຕ້ອງເປີດກວ້າງການຮ່ວມມືໃນຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນ, ຄື: ການຂົນສົ່ງທາງທະເລ, logistics, ພະລັງງານຜະລິດຄືນໃໝ່, ວັດທະນະທຳ, ທ່ອງທ່ຽວ...
ທີ່ການໂອ້ລົມສົນທະນາ (ພາບ: VNA)
ຍາມໃດ ຫວຽດນາມ ກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເກຼັກ ເປັນສຳຄັນ. ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນຄືແນວນັ້ນທີ່ການໂອ້ລົມສົນທະນາກັບທ່ານ George Gerapetritis, ລັດຖະມົນຕີການຕ່າງປະເທດເກຼັກ, ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ, ຢູ່ ຮ່າໂນ້ຍ.
ເພື່ອແນໃສ່ນຳການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ. ທ່ານເນັ້ນໜັກວ່າ, 2 ຝ່າຍຕ້ອງເປີດກວ້າງການຮ່ວມມືໃນຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນ, ຄື: ການຂົນສົ່ງທາງທະເລ, logistics, ພະລັງງານຜະລິດຄືນໃໝ່, ວັດທະນະທຳ, ທ່ອງທ່ຽວ... ທ່ານກໍ່ສະເໜີໃຫ້ ເກຼັກ ຂົນຂວາຍບັນດາປະເທດສະມາຊິກສະຫະພາບ ເອີລົບ (ອີຢູ) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ George Gerapetritis, ຢືນຢັນວ່າ ເກຼັກ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ແກ່ ຫວຽດນາມ ເຊື່ອມຕໍ່ກັບ ເອີລົບ; ທ່ານປາດຖະໜາວ່າ ຍາກຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃນສະພາບການລວມໃນນະໂຍບາຍຂອງ ເກຼັກ ສຳລັບພາກພື້ນ ອາຊີ - ປາຊີຟິກ.
(ແຫຼ່ງຄັດຈາກ VOV)