ຂ່າວສານ

ຍາມໃດ ຫວຽດນາມ ກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເກຼັກ ເປັນສຳຄັນ

2 ຝ່າຍຕ້ອງເປີດກວ້າງການຮ່ວມມືໃນຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນ, ຄື: ການຂົນສົ່ງທາງທະເລ, logistics, ພະລັງງານຜະລິດຄືນໃໝ່, ວັດທະນະທຳ, ທ່ອງທ່ຽວ...
  ທີ່ການໂອ້ລົມສົນທະນາ (ພາບ: VNA)  

ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ເກຼັກ ເປັນ​ສຳ​ຄັນ. ທ່ານ ເລ​ຮ​ວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢືນ​ຢັນ​ຄື​ແນວນັ້ນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ George Gerapetritis, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກຼັກ, ຈັດ​ຂຶ້ນໃນ​ຕອນ​ບ່າຍ​ວັນ​ທີ 17 ກໍ​ລະ​ກົດ, ຢູ່ ຮ່າ​ໂນ້ຍ.

ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ແທ​ດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈຸງ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜ​ູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ; ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ທ່ານ​ເນັ້ນ​ໜັກ​ວ່າ, 2 ຝ່າຍ​ຕ້ອງ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ຍັງ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ຄື: ການ​ຂົນ​ສົ່ງ​ທ​າງ​ທະ​ເລ, logistics, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ... ທ່ານ​ກໍ່​ສະ​ເໜີ​ໃຫ້ ເກຼັກ ຂົນ​ຂວາຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ ເອ​ີ​ລົ​ບ (ອີ​ຢູ) ທີ່​ຍັງ​ເຫຼືອໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - ອີ​ຢູ (EVIPA) ໂດຍ​ໄວ.

ສ່ວນ​ທ່ານລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ George Gerapetritis, ຢືນ​ຢັນ​ວ່າ ເກຼັກ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່ ຫວຽດ​ນາມ ເຊື່ອມ​ຕໍ່​ກັບ ເອີ​ລົບ; ທ່ານ​ປາດ​ຖະ​ໜາ​ວ່າ ຍາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍໃນສະ​ພາບ​ການ​ລວມ​ໃ​ນນະ​ໂຍ​ບາຍ​ຂອງ ເກຼັກ ສຳ​ລັບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.


top