ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງກະຊວງ ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນຂົງເຂດຫັນເປັນດີຈີຕອນຢ່າງຮອບດ້ານ ແລະ ບຳລຸງກໍ່ສ້າງຊັບພະຍາກອນມະນຸດ; ຫັນຂະແໜງຍຸຕິທຳເປັນດີຈີຕອນ, ສຸມໃສ່ບຳລຸງສ້າງຖັນແຖວນັກຊ່ຽວຊານດ້ານນິຕິກຳສາກົນ. ພ້ອມກັນນັ້ນ, ຮັກສາ ແລະ ເສີມຂະຫຍາຍປະສິດທິຜົນກົນໄກກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັນ ຫວຽດນາມ - ລາວ.
ຕອນບ່າຍວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ໄດ້ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 7, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ສະເໜີໃຫ້ສອງກະຊວງເພີ່ມທະວີການປະສານສົມທົບກັນຜັນຂະຫຍາຍຂໍ້ຕົກລົງຂັ້ນສູງສະບັບຕ່າງໆລະຫວ່າງສອງພັກ ຢ່າງມີປະສິດທິຜົນ; ແລກປ່ຽນບົດຮຽນ, ປະສົບການ, ເປັນເສນາທິການເພື່ອໃຫ້ສອງພັກ, ສອງລັດຖະບານປັບປຸງລະບອບລະບຽບການ ແລະ ກົດໝາຍຂອງແຕ່ລະປະເທດໃຫ້ສົມບູນແບບກວ່າເກົ່າ; ເປັນເຈົ້າການປະສານສົມທົບກັນສຳຫຼວດກວດຄືນ, ແກ້ໄຂບັນດາ “ຂໍ້ຄົງຄ້າງ” ກ່ຽວກັບກົນໄກ, ນະໂຍບາຍຢ່າງທັນການ, ສ້າງຂອບນິຕິກຳທີ່ສະດວກເພື່ອໃຫ້ບັນດາໂຄງການຮ່ວມມືຈຸດສຸມໄດ້ຮັບການກຜັນຂະຫຍາຍຢ່າງວ່ອງໄວ, ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ກໍສະເໜີໃຫ້ສອງກະຊວງ ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນຂົງເຂດຫັນເປັນດີຈີຕອນຢ່າງຮອບດ້ານ ແລະ ບຳລຸງກໍ່ສ້າງຊັບພະຍາກອນມະນຸດ; ຫັນຂະແໜງຍຸຕິທຳເປັນດີຈີຕອນ, ສຸມໃສ່ບຳລຸງສ້າງຖັນແຖວນັກຊ່ຽວຊານດ້ານນິຕິກຳສາກົນ. ພ້ອມກັນນັ້ນ, ຮັກສາ ແລະ ເສີມຂະຫຍາຍປະສິດທິຜົນກົນໄກກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັນ ຫວຽດນາມ - ລາວ.
ສ່ວນທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ລາວ ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະສານສົມທົບກັບກະຊວງຍຸຕິທຳ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາໂຄງການ, ລາຍການຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ, ໃນນັ້ນ ມີການຜັດປ່ຽນກັນຈັດກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນ ຮ່ວມກັນ ຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)