ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ລາວໃຫ້ ຫຼາຍກວ່​າ​ອີກ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສະ​ເໜີ​ໃຫ້​ສອງ​ກະ​ຊວງ ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຮອບ​ດ້ານ ແລະ ບຳ​ລຸງ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ຫັນ​ຂະ​ແໜງ​ຍຸ​ຕິ​ທຳ​ເປັນ​ດີ​ຈີ​ຕອນ, ສຸມ​ໃສ່​ບຳ​ລຸງ​ສ້າງ​ຖັນ​ແຖວ​ນັກ​ຊ່ຽວ​ຊານ​ດ້ານ​ນິ​ຕິ​ກຳ​ສາ​ກົນ. ພ້ອມ​ກັນ​ນັ້ນ, ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​​ກົນ​ໄກ​ກອ​ງ​ປະ​ຊຸມ​ຍຸ​ຕິ​ທຳ​ບັນ​ດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ກັນ ຫວຽດ​ນາມ - ລາວ.

ຕອນ​ບ່າຍ​ວັນ​ທີ 15 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ ຄຳ​ພັນ ພົມ​ມະ​ທັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ໄດ້​ມາ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ຫວຽດ​ນາມ ແລະ ເຂົ້າຮ່ວມກອງ​ປະ​ຊຸມ​ຍຸ​ຕິ​ທຳ​ບັນ​ດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ລາວ ຄັ້ງ​ທີ 7, ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ສະ​ເໜີ​ໃຫ້​ສ​ອງ​ກະ​ຊວງ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ສະ​ບັບ​ຕ່າງ​ໆ​ລະ​ຫວ່າງ​ສອງ​ພັກ ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ; ແລກ​ປ່ຽນ​ບົດ​ຮຽນ, ປະ​ສົບ​ການ, ເປັນ​ເສ​ນາ​ທິ​ການ​​ເພື່ອໃຫ້​​ສອງ​ພັກ, ສອງ​ລັດ​ຖະ​ບານ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ ແລະ ກົດ​ໝາຍ​ຂອງ​ແຕ່​ລະ​ປະ​ເທດ​ໃຫ້​ສົມ​ບູນ​ແບບກວ່າ​ເກົ່າ; ເປັນ​ເຈົ້າ​ການ​ປະ​ສານ​ສົມ​ທົບ​ກັນ​ສຳຫຼວດກວດ​ຄືນ, ແກ້​ໄຂ​ບັນ​ດາ “ຂໍ້​ຄົງ​ຄ້າງ” ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍຢ່າງ​ທັນ​ການ, ສ້າງຂອບ​ນິ​ຕິ​ກຳ​ທີ່​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຈຸດ​ສຸມ​ໄດ້​ຮັບ​ການກ​ຜັນ​ຂະ​ຫຍາຍ​ຢ່າງວ່ອງ​ໄວ, ມີ​ປະ​ສິ​ດ​ທິ​ຜົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ສະ​ເໜີ​ໃຫ້​ສອງ​ກະ​ຊວງ ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຮອບ​ດ້ານ ແລະ ບຳ​ລຸງ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ຫັນ​ຂະ​ແໜງ​ຍຸ​ຕິ​ທຳ​ເປັນ​ດີ​ຈີ​ຕອນ, ສຸມ​ໃສ່​ບຳ​ລຸງ​ສ້າງ​ຖັນ​ແຖວ​ນັກ​ຊ່ຽວ​ຊານ​ດ້ານ​ນິ​ຕິ​ກຳ​ສາ​ກົນ. ພ້ອມ​ກັນ​ນັ້ນ, ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​​ກົນ​ໄກ​ກອ​ງ​ປະ​ຊຸມ​ຍຸ​ຕິ​ທຳ​ບັນ​ດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ກັນ ຫວຽດ​ນາມ - ລາວ.

ສ່ວນ​ທ່ານ ຄຳ​ພັນ ພົມ​ມະ​ທັດ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ, ລາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ ມີ​ການ​ຜັດ​ປ່ຽນ​ກັນ​ຈັດ​ກອງ​ປະ​ຊຸມ​ຍຸ​ຕິ​ທຳ​ບັນ​ດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ ຮ່ວມ​ກັນ ຫວຽດ​ນາມ - ລາວ.


top