• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າ​ຮ່ວມຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິ​ນ

ລາຍການໄດ້ຮັບການສ້າງເປັນ ສາມພາກ, ລວມມີ: “ຫງວຽນຊິງກຸງ - ຫງວຽນເຕິດແທັ່ງ”, “ຫງວຽນອາຍກວັກ - ໂຮ່ຈີມິນ” ແລະ “ຫວຽດນາມ! ສັງກາດບຸກບືນ”.
ການນຳພັກ, ລັດ ເຂົ້າຮ່ວມຊົມລາຍການສະແດງສິລະປະສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890-19/5/2025), ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງສິລະປະພິເສດທີ່ມີຊື່ວ່າ “ເພິ່ນແມ່ນ ໂຮ່ຈີມິນ”. ທ່ານເລຂາທິການໃຫຍ່ພັກກອມມູນິດ ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມກັບການນຳຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ປະຊາຊົນທຸກຊັ້ນວັນນະຂອງນະຄອນເຂົ້າຮ່ວມ.

ລາຍການໄດ້ຮັບການສ້າງເປັນ ສາມພາກ, ລວມມີ: “ຫງວຽນຊິງກຸງ - ຫງວຽນເຕິດແທັ່ງ”, “ຫງວຽນອາຍກວັກ - ໂຮ່ຈີມິນ” ແລະ “ຫວຽດນາມ! ສັງກາດບຸກບືນ”. ບັນດາລາຍການສະແດງສິລະປະໄດ້ຮັບການສ້າງຂຶ້ນຢ່າງພິຖີຖິຖັນ, ມີການປະສົມປະສານລະຫວ່າງມູນເຊື້ອ ກັບຍຸກສະໄໝ ລະຫວ່າງບັນດາລາຍການສະແດງດົນຕີ, ຟ້ອນ, ຮ້ອງເພງ, ກໍ່ຄືການນຳໃຊ້ເຕັກໂນໂລຢີສາຍ 3D mapping. ລາຍການໄດ້ວາດພາບເຖິງຮູບພາບຂອງການນຳຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ ພ້ອມທັງສ້າງແຫຼ່ງບັນດານໃຈໃຫ້ແກ່ທຸກລຸ້ນຄົນໃນປັດຈຸບັນ, ພິເສດແມ່ນໄວໜຸ່ມ, ໃນການສຶກສາປະຕິບັດຕາມແບບຢ່າງຄຸນສົມບັດປະຕິວັດ ແລະ ຄຸນນະທາດອັນສູງສົ່ງຂອງປະທານໂຮ່ຈີມິນ ໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ, ນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ທີ່ຮັ່ງມີເຂັ້ມແຂງກ່ວາ.

(ແຫຼ່ງຄັດຈາກ VOV)

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນ ໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າຈະດຳເນີນໃນອາທິດນີ້.

Top