• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າຄຳ​ນັບ​ສຸ​ສານ ​ປະ​ທານ​ໂຮ່​ຈີ​ມິນ

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ
ການນຳພັກ, ລັດ ເຂົ້າຄຳນັບສຸສານ ປະທານໂຮ່ຈີມິນ (ພາບ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2025), ຕອນເຊົ້າວັນທີ 19 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວາລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຖະໜົນບັກເຊີນ, ຮ່າໂນ້ຍ. ເຂົ້າຮ່ວມພິທີອາໄລຫາມີທ່ານເລຂາທິການໃຫຍ່ພັກກອມມູນິດ ໂຕເລິມ, ທ່ານປະທານປະເທດ ເລືອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມກັບອະດີດການນຳພັກ, ລັດ ແລະ ການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນ ໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າຈະດຳເນີນໃນອາທິດນີ້.

Top