• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດແຈ້ງຂ່າວກ່ຽວກັບບັນດາຂໍ້ຕົກລົງໃຫມ່ຂອງປະທານາທິບໍດີ ອາເມລິກາ D.Trump ສຳລັບນັກສຶກສາຕ່າງປະເທດ

ຫວຽດນາມ ປາດຖະຫນາວ່າ ເລື່ອງຂໍວິຊາສຳລັບນັກສຶກສາ ນັກຮຽນ ຫວຽດນາມ ຈະໄດ້ຮັບການປະຕິບັດຢ່າງສະດວກ ເພື່ອໃຫ້ການສຶກສາສືບຕໍ່ແມ່ນຫນຶ່ງໃນບັນດາຂົງເຂດຮ່ວມມືເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ອາເມລິກາ”.
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ. (ພາບ:ກະຊວງການຕ່າງປະເທດ)

ວັນທີ 29 ພຶດສະພາ ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງນະໂຍບາຍໃຫມ່ຂອງປະທານາທິບໍດີ ອາເມລິກາ D. Trump ຢຸດຕິການອອກວິຊາສຳລັບນັກສຶກສາ, ນັກຮຽນຕ່າງປະເທດກະກຽມໄປຮຽນຢູ່ ອາເມລິກາ ກໍ່ຄືຈຳກັດການຮັບສະຫມັກນັກຮຽນນັກສຶກສາຕ່າງປະເທດຢູ່ ມະຫາວິທະຍາໄລ Havard, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງໃຫ້ຮູ້ວ່າ:

“ກະຊວງການຕ່າງປະເທດ ກໍ່ຄືບັນດາອົງການຕາງຫນ້າຂອງຫວຽດນາມ ຢູ່ ອາເມລິກາ ພວມເຮັດວຽກກັບຝ່າຍ ອາເມລິກາ ເພື່ອຊອກຮູ້ກ່ຽວກັບຂ່າວຄາວດັ່ງກ່າວ. ພວກເຮົາລ້ວນແຕ່ຮູ້ວ່າ ຊ່ວງເວລານີ້ ແມ່ນຈຸດເວລາທີ່ມີນັກຮຽນ ນັກສຶກສາຕ່າງປະເທດຫລາຍຄົນ, ໃນນັ້ນ ມີນັກຮຽນນັກສຶກສາ ຫວຽດນາມ ກະກຽມເຮັດລະບຽບການຂໍວິຊາໄປຍັງ ອາເມລິກາ ເພື່ອຮ່ຳຮຽນພາຍໃຕ້ຮູບການໄປຮຽນແບບຈ່າຍເງິນເອງ ແລະ ໃຊ້ທຶນການສຶກສາ. ພວກຂ້າພະເຈົ້າປາດຖະຫນາວ່າ ເລື່ອງຂໍວິຊາສຳລັບນັກສຶກສາ ນັກຮຽນ ຫວຽດນາມ ຈະໄດ້ຮັບການປະຕິບັດຢ່າງສະດວກ ເພື່ອໃຫ້ການສຶກສາສືບຕໍ່ແມ່ນຫນຶ່ງໃນບັນດາຂົງເຂດຮ່ວມມືເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ອາເມລິກາ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top