• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົນພັນຕ່າງປະເທດດ້ານປ້ອງກັນຊາດສຳຄັນຂອງກອງທັບໃນປີນີ້, ມີຄວາມໝາຍດ້ານການເມືອງ, ການທູດສຳຄັນພິເສດ
  ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ລະດົມກຳລັງໃຈກຳລັງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມພິທີ (ພາບ: TTXVN)  

ຕອນບ່າຍວັນທີ 22 ເມສາ, ຢູ່ໂຮງຮຽນທະຫານບົກເລກ 1, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມອບໜ້າທີ່, ລະດົມກຳລັງໃຈກຳລັງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຢູ່ ສະຫະພັນ ລັດເຊຍ (1945 – 2025).

ທ່ານພົນໂທ ຮ່ວາງຊວັນຈຽນ ຢືນຢັນວ່າ, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົນພັນຕ່າງປະເທດດ້ານປ້ອງກັນຊາດສຳຄັນຂອງກອງທັບໃນປີນີ້, ມີຄວາມໝາຍດ້ານການເມືອງ, ການທູດສຳຄັນພິເສດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງກອງທັບ ຫວຽດນາມ - ສະຫະພັນ ລັດເຊຍ; ພ້ອມກັນນັ້ນ ສະແດງໃຫ້ເຫັນຄວາມສະໜິດຕິດພັນມາແຕ່ດົນນານ, ເປັນຈິດໜຶ່ງໃຈດຽວກັນຂອງ ຫວຽດນາມ ສຳລັບບັນດາປະເທດເຄີຍຮ່ວມເດີນທາງ, ສະໜັບສະໜູນ ຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຕາມທ່ານພົນໂທ ຮ່ວາງຊວັນຈຽນ ແລ້ວ, ເລື່ອງສະຫະພັນ ລັດເຊຍ ເຊື້ອເຊີນ ຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມພິທີເດີນຂະບວນສວນສະໜາມຢູ່ຈະຕຸລັດແດງ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເຄົາລົບ, ຕີລາຄາສູງບົດບາດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນສິ່ງພິສູດຢ່າງມີຊີວິດຊີວາຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດຮ່ວມມືດ້ານປ້ອງກັນຊາດ ແລະ ເຕັກນິກການທະຫານອີກດ້ວຍ. ເລື່ອງ ຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມພິທີເດີນຂະບວນສວນສະໜາມແມ່ນການເຄື່ອນໄຫວລະອຽດ ເພື່ອປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ ຫວຽດນາມ ໃນການສ້າງສາ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top