• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືບົດບາດຂອງແມ່ຍິງໃນການພັດທະນາປະເທດຊາດເປັນສຳຄັນ

ຍາມໃດ ຫວຽດນາມ ກໍ່ຖືບົດບາດຂອງແມ່ຍິງໃນບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງເວົ້າລວມ ແລະ ວິວັດທະນາການສັນຕິພາບເວົ້າສະເພາະເປັນສຳຄັນ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)
ວັນທີ 08 ມີນາ, ອຽກລັງ ພ້ອມກັບ 11 ປະເທດກຳມະການສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີຫວຽດນາມ, ໄດ້ເປັນປະທານຮ່ວມຈັດກອງປະຊຸມຕາມຮູບແບບ Arria ກ່ຽວກັບຫົວຂໍ້ “ຮັບປະກັນການເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍຂອງແມ່ຍິງໃນບັນດາວິວັດທະນາການສັນຕິພາບໂດຍສະຫະປະຊາຊາດນຳພາ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຖືວ່າ ຄວນສືບຕໍ່ເພີ່ມທະວີການຮ່ວມມືສາກົນ ແລະ ແບ່ງປັນບັນດາແຫຼ່ງກຳລັງ ກໍຄືບົດຮຽນ, ຕາມນັ້ນແລ້ວ ຮຽກຮ້ອງໃຫ້ປະຊາຄົມບັນດານັກອຸປະຖຳປະຕິບັດຄຳໝັ້ນສັນຍາ ສະຫງວນ 15% ທຶນ ODA ເພື່ອໜູນຊ່ວຍຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຢູ່ບັນດາປະເທດທີ່ຖືກຜົນສະທ້ອນຈາກການປະທະກັນ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືບົດບາດຂອງແມ່ຍິງໃນບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງເວົ້າລວມ ແລະ ວິວັດທະນາການສັນຕິພາບເວົ້າສະເພາະເປັນສຳຄັນ.
(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ສາ​ກົນ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວນ​ຊົນ​ສາ​ກົນ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ໂດຍມີການເຂົ້າຮ່ວມຂອງນັກຂ່າວທັງພາຍໃນ ແລະ ສາກົນກວ່າ 600 ຄົນ.

Top