ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືບົດບາດຂອງແມ່ຍິງໃນການພັດທະນາປະເທດຊາດເປັນສຳຄັນ

ຍາມໃດ ຫວຽດນາມ ກໍ່ຖືບົດບາດຂອງແມ່ຍິງໃນບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງເວົ້າລວມ ແລະ ວິວັດທະນາການສັນຕິພາບເວົ້າສະເພາະເປັນສຳຄັນ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)
ວັນທີ 08 ມີນາ, ອຽກລັງ ພ້ອມກັບ 11 ປະເທດກຳມະການສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີຫວຽດນາມ, ໄດ້ເປັນປະທານຮ່ວມຈັດກອງປະຊຸມຕາມຮູບແບບ Arria ກ່ຽວກັບຫົວຂໍ້ “ຮັບປະກັນການເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍຂອງແມ່ຍິງໃນບັນດາວິວັດທະນາການສັນຕິພາບໂດຍສະຫະປະຊາຊາດນຳພາ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຖືວ່າ ຄວນສືບຕໍ່ເພີ່ມທະວີການຮ່ວມມືສາກົນ ແລະ ແບ່ງປັນບັນດາແຫຼ່ງກຳລັງ ກໍຄືບົດຮຽນ, ຕາມນັ້ນແລ້ວ ຮຽກຮ້ອງໃຫ້ປະຊາຄົມບັນດານັກອຸປະຖຳປະຕິບັດຄຳໝັ້ນສັນຍາ ສະຫງວນ 15% ທຶນ ODA ເພື່ອໜູນຊ່ວຍຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຢູ່ບັນດາປະເທດທີ່ຖືກຜົນສະທ້ອນຈາກການປະທະກັນ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືບົດບາດຂອງແມ່ຍິງໃນບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງເວົ້າລວມ ແລະ ວິວັດທະນາການສັນຕິພາບເວົ້າສະເພາະເປັນສຳຄັນ.
(ແຫຼ່ງຄັດຈາກ VOV)

top