• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ​ໃຫ້ແຂວງ​ດົ່ງ​ນາຍ ເພີ່ມ​ທະ​ວີ​ການ​ວິ​ໄຈ​ຫາ​ເຊື້ອ​ໂລກ​ລະ​ບາດ​ໂຄວິດ - 19

ສຳລັບຂໍ້ສະເໜີກ່ຽວກັບ ວັກຊິນ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຈະໃຫ້ບຸລິມະສິດ ໃຫ້ແກ່ແຂວງ ດົ່ງນາຍ ກໍ່ຄືບັນດາແຂວງ, ນະຄອນທາງພາກໃຕ້, ແຈກຢາຍຢ່າງທັນທີ ພາຍຫຼັງມີວັກຊິນ ເພື່ອໃຫ້ບັນດາທ້ອງຖິ່ນ ຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: baodongnai.com.vn)

ຕອນບ່າຍວັນທີ 20 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ມີການເຮັດວຽກກັບແຂວງດົ່ງນາຍ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ ແຂວງດົ່ງນາຍ ຄວນເພີ່ມທະວີຄວາມໄວໃນການວິໄຈຫາເຊື້ອ, ເອົາໃຈໃສ່ບັນດາພາກພື້ນຈຸດສຸມຄືຢູ່ເຂດອຸດສາຫະກຳ, ເຂດເຮືອນຜັກສຸມໃສ່ກຳມະກອນທີ່ເປັນຈຳນວນຫຼາຍ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເຫັນດີເຫັນພ້ອມກັບທັດສະນະຂອງແຂວງ ດົ່ງນາຍແມ່ນລະດົມວິສາຫະກິດ, ປະຊາຊົນ ພ້ອມກັນເຂົ້າຮ່ວມການຕ້ານໂລກລະບາດ, ກໍ່ຄືເປີດຄືນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບການທີ່ເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ຕ້ອງລະມັດລະວັງເມື່ອເປີດປະຕູຄືນໃໝ່, ຮັກສາເຂດບໍ່ມີຜູ້ຕິດເຊື້ອ ແລະ ຈຳກັດ, ແກ້ໄຂໂດຍໄວ ຖ້າມີໂລກລະບາດ ເພື່ອຫຼີກລ້ຽງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ສຳລັບຂໍ້ສະເໜີກ່ຽວກັບ ວັກຊິນ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຈະໃຫ້ບຸລິມະສິດ ໃຫ້ແກ່ແຂວງ ດົ່ງນາຍ ກໍ່ຄືບັນດາແຂວງ, ນະຄອນທາງພາກໃຕ້, ແຈກຢາຍຢ່າງທັນທີ ພາຍຫຼັງມີວັກຊິນ ເພື່ອໃຫ້ບັນດາທ້ອງຖິ່ນ ຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top