• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC 2017

      ໃນຂອບເຂດວິວັດທະນາການລັດຖະມົນຕີການເງິນ APEC 2017, ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC (SFOM) ໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ພຶດສະພາ, ຢູ່ ນີງບີ່ງ. 
ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC (SFOM)
      ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາອົງການສາກົນຄື: ທະນາຄານໂລກ (WB), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ທະນາຄານພັດທະນາອາຊີ (ADB)…ໃນ 2 ວັນຄືວັນທີ 18 -19 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC (SFOM) ໄດ້ປຶກສາຫາລື, ຕີລາຄາຄວາມຄືບໜ້າໃນການຜັນຂະຫຍາຍບັນດາບຸລິມະສິດການຮ່ວມມືທີ່ໄດ້ວາງອອກ ແລະ ຮັບຮອງເອົາທີ່ກອງປະຊຸມຂັ້ນຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ APEC ໃນເດືອນ ກຸມພາ 2017 ແລະ ກະກຽມບັນດາເນື້ອໃນລາຍງານຕໍ່ກອງປະຊຸມຂັ້ນລັດຖະມົນຕີການເງິນ APEC ໃນເດືອນ ຕຸລາ 2017.
        ໝາກຜົນຂອງການປຶກສາຫາລືທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC ແມ່ນພື້ນຖານໃຫ້ບັນດາເນື້ອໃນບົດລາຍງານຕໍ່ກອງປະຊຸມລັດຖະມົນຕີການເງິນ APEC ຈະດຳເນີນໃນເດືອນຕຸລາ 2017 ຢູ່ ກວາງນາມ ແລະ ດ່ານັ້ງ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີນທາງອອກ​ຈາກ​ ສິງ​ກະ​ໂປ, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີນທາງອອກ​ຈາກ​ ສິງ​ກະ​ໂປ, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ

ຕອນ​ເຊົ້າ​ວັນ​ທີ 31 ພຶ​ດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນ​ະ​ຜູ້​ແທ​ນ​ຂັ​້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ Changi, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 01 ມິຖຸ​ນາ 2

Top