• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ແຄງຮ່ວາ ສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງໂຮ່ຈິມິນ ຢູ່ທະເລ

ບັນດາລູກເຮືອກ່ຳປັ່ນ C235 ໄດ້ສ້າງບົກເພງທີ່ອະມະຕະກ່ຽວກັບນ້ຳໃຈຮັກຊາດ.
(ພາບ: TTXVN)

ຕອນເຊົ້າວັນທີ 23 ຕຸລາ, ຢູ່ເຂດປູຊະນີຍະສະຖານລະດັບຊາດ, ສະຖານທີ່ກ່ຳປັ່ນ C235, ເຂດທະເລ ຮ່ອນແຮ່ວ, ເທດສະບານເມືອງ ນິງຮ່ວາ, ແຂວງ ແຄງຮ່ວາ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງ ໂຮ່ຈີມິນ ຢູ່ທະເລ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫາຍນິງ, ເລຂາຄະນະພັກແຂວງ ແຄງຮ່ວາ, ຢືນຢັນວ່າ ບັນດາລູກເຮືອກ່ຳປັ່ນ C235 ໄດ້ສ້າງບົກເພງທີ່ອະມະຕະກ່ຽວກັບນ້ຳໃຈຮັກຊາດ. ທ່ານກ່າວວ່າ:

        “ເພື່ອຕອບບຸນແທນຄຸນນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຂອງກ່ຳປັ່ນ C235 ທີ່ໄດ້ເສຍສະຫຼະເລືອດເນື້ອ, ອາຍຸໜຸ່ມແໜ້ນໃຫ້ແກ່ການຍືນຍົງຄົງຕົວຂອງຊາດ. ແຫ່ງນີ້ໄດ້ກາຍເປັນສະຖານທີ່ສຶກສາມູນເຊື້ອໃຫ້ແກ່ພະນັກງານ, ສະມາຊິກພັກ,  ປະຊາຊົນ, ຈາກນັ້ນ ປຸກລຸກນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈ ແລະ ສະຕິປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາອັນສັກກະລະບູຊາຂອງປະເທດຊາດ ໄວ້ໃຫ້ຄົນລຸ້ນຫຼັງ. ຫວນຄືນອະດີດຕະການເພື່ອໃຫ້ພວກເຮົາມຸ່ງໄປເຖິງອະນາຄົດ ດ້ວຍຄວາມເຊື່ອໝັ້ນວ່າ ຫວຽດນາມ ຕ້ອງກາຍເປັນປະເທດທີ່ມີຄວາມເຂັ້ມແຂງທາງທະເລ, ສ້າງຄວາມຮັ່ງມີຈາກທະເລ; ພັດທະນາແບບຍືນຍົງ, ວັດທະນາຖາວອນ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top