• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານການເງິນພາກພື້ນ ອາຊຽນ

      ເພີ່ມທະວີການຮ່ວມມືດ້ານການເງິນພາກພື້ນ ອາຊຽນ - ຊຸກຍູ້ການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ. 
            ນີ້ແມ່ນເນື້ອໃນສຳຄັນທີ່ໄດ້ຮັບການປຶກສາຫາລືຢູ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 ເຊິ່ງຈັດຕັ້ງໃນລະຫວ່າງວັນທີ 01 – 02 ຕຸລາ ຢູ່ຮ່າໂນ້ຍ ຕາມຮູບການທາງອອນລາຍ.        ນີ້ແມ່ນກອງປະຊຸມສຳຄັນທີ່ສຸດໃນລະບົບບັນດາເຫດການຮ່ວມມືດ້ານການເງິນ ແລະ ທະນາຄານ ອາຊຽນ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2020.
ກອງປະຊຸມຂ່າວສິ້ນສຸດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ
ຄັ້ງທີ 6 (ພາບ:  TTXVN)
      ກອງປະຊຸມໄດ້ຕີລາຄາ      
      ສູງບັນດາໝາກຜົນການຮ່ວມມືຂອງບັນດາກຸ່ມປະຕິບັດງານໃນຂົງເຂດທະນາຄານ ເມື່ອບັນລຸໄດ້ຄາດໝາຍການເຄື່ອນໄຫວໄດ້ວາງອອກນັບແຕ່ຕົ້ນປີ 2020 ເກືອບທັງໝົດ, ໃນນັ້ນ ຈຸດພົ້ນເດັ່ນແມ່ນຂໍ້ລິເລີ່ມໃຫ້ບຸລິມະສິດການຮ່ວມມືຂອງເສົາຄ້ຳເສດຖະກິດຂອງປີປະທານ ອາຊຽນ 2020 ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຊຳລະເງິນໃນພາກພື້ນ. ໃນນັ້ນ, ຂໍ້ລິເລີ່ມບັນດາຫຼັກການທະນາຄານແບບຍືນຍົງແມ່ນຂໍ້ລິເລີ່ມ ອາຊຽນ ໂດຍ ຫວຽດນາມ ສະເໜີເພື່ອແນໃສ່ມຸ່ງໄປເຖິງການສ້າງບັນດາຫຼັກການລວມ ທີ່ມີລັກສະນະແບບຍືນຍົງ ໃຫ້ແກ່ການເຄື່ອນໄຫວຂອງບັນດາທະນາຄານໃນພາກພື້ນ ອາຊຽນ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top