• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮູບພາບ ຫວຽດນາມ ສາມັກຄີ, ເປັນຈິດໜຶ່ງໃຈດຽວຈາກສາຍຕາຂອງເພື່ອນມິດ ການາດາ

      ຕອນຄ່ຳວັນທີ 28 ເມສາ, ສະຫະສະມາຄົມມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ເພື່ອເຊື່ອມຕໍ່ເພື່ອນມິດ ການາດາ ກັບປະຊາຄົມຊາວ ຫວຽດນາມ ຢູ່ ການາດາ. 
            ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບົດບາດສຳຄັນ, ການຊີ້ນຳນຳພາຢ່າງສະຫລາດສ່ອງໃສ ແລະ ເກັ່ງກ້າສາມາດຂອງພັກກອມມູນິດ ຫວຽດນາມ ໃນວິວັດທະນາການປະຕິວັດ ຫວຽດນາມ ແລະ ໃນໄລຍະໃໝ່; ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງຂອງໂລກ…

ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາອອນລາຍ (ພາບ: TTXVN)
      ທ່ານ Philip Fernandez, ສະມາຊິກ CVFS ຢັ້ງຢືນວ່າ: ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໃນວັນນີ້ ໄດ້ດຶງດູດຄວາມສົນໃຈຂອງໂລກ ເມື່ອບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງໃນວິວັດທະນາການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ
        ທີ່ກອງປະຊຸມສຳມະນາອອນລາຍ, ບັນດາຜູ້ແທນ ການາດາ ກໍ່ສະແດງຄວາມນິຍົມນັບຖືຕໍ່ວິທີການຮັບມືຂອງ ຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19.
 (ແຫຼ່ງຄັດຈາກ VOV)

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ໜູນຫຼັງ ເມື່ອວັນ​ທີ 29 ເມ​ສາ ໃຫ້​ຮູ້​ວ່າ, ມີ​ປະ​ຊາ​ຊົນ​ກວ່າ 1,2 ລ້ານ​ຄົນ​ຢູ່ ລີ​ບັງ ຄາດ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026.

Top