• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ລົງກວດກາວຽກງານເລືອກຕັ້ງຢູ່ແຂວງ ຫວີງລອງ

ທຸກຂັ້ນ, ທຸກຂະແໜງການຂອງແຂວງ ຫວີງລອງ ຄວນສືບຕໍ່ຜັນຂະຫຍາຍບັນດາການຊີ້ນຳຢ່າງຄົບຖ້ວນ, ຕິດຕາມຢ່າງໃກ້ຊິດຕາມບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ. ພາບ: nhandan.com.vn

ຕອນເຊົ້າວັນທີ 20 ເມສາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ, ຮອງປະທານສະພາເລືອກຕັ້ງແຫ່ງຊາດ, ເປັນຫົວໜ້າຄະນະໄດ້ລົງກວດກາ ແລະ ຕິດຕາມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢູ່ແຂວງ ຫວີງລອງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ເນັ້ນໜັກວ່າ:

        “ທຸກຂັ້ນ, ທຸກຂະແໜງການຂອງແຂວງ ຫວີງລອງ ຄວນສືບຕໍ່ຜັນຂະຫຍາຍບັນດາການຊີ້ນຳຢ່າງຄົບຖ້ວນ, ຕິດຕາມຢ່າງໃກ້ຊິດຕາມບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ບັນດາການແນະນຳ ເພື່ອຜັນຂະຫຍາຍການເລືອກຕັ້ງຮັບປະກັນປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ປະຢັດ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ກອງປະຊຸມສູນກາງ 14) ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນ ໂດຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ.

Top