ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ລົງກວດກາວຽກງານເລືອກຕັ້ງຢູ່ແຂວງ ຫວີງລອງ

ທຸກຂັ້ນ, ທຸກຂະແໜງການຂອງແຂວງ ຫວີງລອງ ຄວນສືບຕໍ່ຜັນຂະຫຍາຍບັນດາການຊີ້ນຳຢ່າງຄົບຖ້ວນ, ຕິດຕາມຢ່າງໃກ້ຊິດຕາມບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ. ພາບ: nhandan.com.vn

ຕອນເຊົ້າວັນທີ 20 ເມສາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ, ຮອງປະທານສະພາເລືອກຕັ້ງແຫ່ງຊາດ, ເປັນຫົວໜ້າຄະນະໄດ້ລົງກວດກາ ແລະ ຕິດຕາມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢູ່ແຂວງ ຫວີງລອງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ເນັ້ນໜັກວ່າ:

        “ທຸກຂັ້ນ, ທຸກຂະແໜງການຂອງແຂວງ ຫວີງລອງ ຄວນສືບຕໍ່ຜັນຂະຫຍາຍບັນດາການຊີ້ນຳຢ່າງຄົບຖ້ວນ, ຕິດຕາມຢ່າງໃກ້ຊິດຕາມບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ບັນດາການແນະນຳ ເພື່ອຜັນຂະຫຍາຍການເລືອກຕັ້ງຮັບປະກັນປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ປະຢັດ.

(ແຫຼ່ງຄັດຈາກ VOV)


top