• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເຮັດວຽກຢູ່ເຊີນລາກ່ຽວກັບວຽກງານຮັບປະກັນສະຖຽນລະພາບເຂດຊຸມຊົນ

ຕອນເຊົ້າວັນທີ 16 ມີນາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງເຊີນລາ ກ່ຽວກັບວຽກງານຮັບປະກັນຄວາມສະຖຽນລະພາບເຂດຊຸມຊົນ, ພັດທະນາເສດຖະກິດສັງຄົມເຂດຕັ້ງຖິ່ນຖານຄົງທີ່ເຂື່ອນໄຟຟ້ານ້ຳຕົກເຊີນລາ ຄືນໃໝ່.


ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເຮັດວຽກຢູ່ເຊີນລາ

ກ່ຽວກັບວຽກງານຮັບປະກັນສະຖຽນລະພາບເຂດຊຸມຊົນ

(ພາບ: VGP)

ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ສະເໜີສຸມໃສ່ເຂົ້າບັນດາເປົ້າໝາຍຍົກຍ້າຍໄປສູ່ເຂດຕັ້ງຖິ່ນຖານຄົງທີຄືນໃໝ່ ທີ່ຍັງທຸກຍາກ, ຕີລາຄາທ່າໄດ້ປຽບຂອງບັນດາເຂດຕັ້ງຖິ່ນຖານຄົງທີ່ອື່ນ, ເໝາະສົມກັບການວາງແຜນພັດທະນາເສດຖະກິດ, ສັງຄົມ ແລະ ແຜນຮ່າງສ້າງໂຄງປະກອບຂະແໜງກະສິກຳຂອງ 3 ແຂວງເຊີນລາ, ດ້ຽນບຽນ, ລາຍເຈົາ ເພື່ອແນໃສ່ສ້າງເປັນເຂດຜະລິດສິນຄ້າລວມສູນ ຕິດພັນກັບອຸດສາຫະກຳປຸງແຕ່ງຂະໜາດກາງ ແລະ ນ້ອຍໃນບໍລິເວນແຂວງ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top