
ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເຮັດວຽກຢູ່ເຊີນລາ
ກ່ຽວກັບວຽກງານຮັບປະກັນສະຖຽນລະພາບເຂດຊຸມຊົນ
(ພາບ: VGP)
ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ສະເໜີສຸມໃສ່ເຂົ້າບັນດາເປົ້າໝາຍຍົກຍ້າຍໄປສູ່ເຂດຕັ້ງຖິ່ນຖານຄົງທີຄືນໃໝ່ ທີ່ຍັງທຸກຍາກ, ຕີລາຄາທ່າໄດ້ປຽບຂອງບັນດາເຂດຕັ້ງຖິ່ນຖານຄົງທີ່ອື່ນ, ເໝາະສົມກັບການວາງແຜນພັດທະນາເສດຖະກິດ, ສັງຄົມ ແລະ ແຜນຮ່າງສ້າງໂຄງປະກອບຂະແໜງກະສິກຳຂອງ 3 ແຂວງເຊີນລາ, ດ້ຽນບຽນ, ລາຍເຈົາ ເພື່ອແນໃສ່ສ້າງເປັນເຂດຜະລິດສິນຄ້າລວມສູນ ຕິດພັນກັບອຸດສາຫະກຳປຸງແຕ່ງຂະໜາດກາງ ແລະ ນ້ອຍໃນບໍລິເວນແຂວງ.
(ແຫຼ່ງຄັດຈາກ VOV)