• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ເອົາຊື່ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາສະຖານທີ່ມີຄວາມສາມາດຕິດແປດໄວຣັດ SARS-CoV-2

ວັນທີ 27 ກຸມພາ, ໃນຂອບເຂດການແລກປ່ຽນເປັນປະຈຳກັບບັນດາອົງການສາທາລະນະສຸກຂອງ ອາເມລິກາ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຈັດຕັ້ງກອງປະຊຸມອອນລາຍ (telecomference) ກັບກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ບໍລິການເພື່ອຊີວິດມະນຸດ, ສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດຂອງ ອາເມລິກາ (CDC).
 
ອາເມລິກາ ເອົາຊື່ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາສະຖານທີ່ມີຄວາມສາມາດຕິດແປດໄວຣັດ SARS-CoV-2 (ພາບ: TTXVN)

ທີ່ກອງປະຊຸມ, ບັນດາຜູ້ຕາງໜ້າຂອງ CDC ແລະ ຫ້ອງການບັນດາບັນຫາທົ່ວໂລກ, ຫ້ອງການອາຊີ - ປາຊີຟິກຂອງກະຊວງສາທາລະນະສຸກ ແລະ ບໍລິການຊີວິດເພື່ອມະນຸດ ອາເມລິກາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດອັກເສບປອດ Covid-19 ເຊິ່ງບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ວຽກງານຕິດຕາມກວດກາ, ການແຍກຕົວ ແລະ ປິ່ນປົວໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ. ບົນພື້ນຖານການຕີລາຄາສະພາບຕົວຈິງນັ້ນ, CDC ໄດ້ຕົກລົງເອົາຊື່ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາສະຖານທີ່ມີຄວາມສາມາດຕິດແປດໄວຣັດ SARS-CoV-2 ອອກສູ່ວົງຄະນະຍາດ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ ກາຊາ ຢູ່ ອີຢິບ: ສິ່ງທົດສອບໃຫ້ແກ່ສັນຕິພາບເຂດຕາເວັນອອກກາງ

ກອງປະຊຸມສຸດຍອດ ກາຊາ ຢູ່ ອີຢິບ: ສິ່ງທົດສອບໃຫ້ແກ່ສັນຕິພາບເຂດຕາເວັນອອກກາງ

ການອຸປະຖຳມະນຸດສະທຳໄດ້ເລີ່ມສົ່ງເຂົ້າເຂດນີ້ແລ້ວ, ລວມມີ “ລົດຂົນສົ່ງນັບຮ້ອຍຄັນໄດ້ຂົນສົ່ງອາຫານ, ເຄື່ອງອຸປະກອນການແພດ ແລະ ບັນດາເຄື່ອງຂອງທີ່ຈຳເປັນ”.

Top