• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ-ຫວຽດນາມເພີ່ມທະວີການພົວພັນຜ່ານພິທີມອບຮັບວັດຖຸພັນສົງຄາມ

(ພາບ​ປະ​ກອບ: TTXVN)
          ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ອົງ​ການ​ຊອກ​ຫາສະ​ເລີຍ​ເສິກ ແລະ ຄົນ​ຫາຍ​ສາບ​ສູນ​​ຂອງກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ (DPAA), ພົນ​ຕີ Mark Spindler, ວັນ​ທີ 16/02 ໄດ້​ມີ​ການ​ພົບ​ປະ​ກັບ​ຫົວ​ໜ້າ​ຫ້ອງ​ການ​ຊອກ​ຫາ​ຄົນ​​ຫາຍ​ສາບ​ສູນ​ຫວຽດ​ນາມ (VNOSMP), ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ ເລ​ແທງ​ຕຸ່ງ ຢູ່​ຫ້ອງ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທີ່​ຮ່າ​ໂນ້ຍ. ສິ້ນ​ສຸດກອງ​ປະ​ຊຸມ, VNOSMP ໄດ້​ມອບ​ວັດ​ຖຸ​ພັ​ນ​ທີ່​ໄດ້​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິດ​ຕະ​ພັນ​ກ່ຽວ​​ຂ້ອງ​​ນັກ​ໂທດ​ໃນ​ປາງ​ສົງ​ຄາມ/ຄົນ​ຫາຍ​ສາ​ບ​ສູນ​ໃນ​ການ​ໄປ​ປະ​ຕິ​ບັດ​ງານ (POW/MIA) ໃຫ້ DPAA. ພົນ​ຕີ Mark Spindler ໄດ້​ຮັບ​ວັດ​ຖຸ​ພັນ ແລະ ​ຝາກຄຳ​ຂ​ອ​ບ​ອົກ​ຂອບ​ໃຈ​​ເປັນພິ​ເສດ​ເຖິງ​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ​ຫວຽດ​ນາມ. ທ່ານ​ໄດ້​ຂອບ​ໃຈ​ VNOSMP ກ່ຽວ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫ້ອງ​ການ, ຄວາມ​ສຸດ​ຈິດ​ສຸດ​ໃຈ ແລະ ບັນ​ດາ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ ເພື່ອ​​​ສ້າງສະ​ຖ​ິ​ຕິ​ຢ່າງ​ຄົບ​ຖ້ວນ​ທີ່​ສຸດ​ສຳ​ລັບ​ຊາວ​ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​​ປ​າງສົງ​ຄາມ. DPAA ຫວັງ​ວ​່າ ການ​ພົວ​ພັນ​ຮ່ວມ​ມື​ກັບ VNOSMP ຈະ​ບັນ​ລຸ​ໄດ​້​ຜົນ​ງານ​ຫຼາຍ​ຢ່າງກວ່າ ເພື່ອ​ຈຸດ​ປະ​ສົງ​ປະ​ຕິ​ບັດ​ບັນ​ດາ​ພາ​ລະ​ກຳມະ​ນຸດ​ສະ​ທຳ​ຂອງ​ຕົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top