• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຖືເປັນສໍາຄັນ ແລະ ປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ

ວັນທີ 8 ມັງກອນ, ຢູ່ສໍານັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບທ່ານ  Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ ເຂົ້າຢ້ຽມອໍາລາ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ຕີລາຄາສູງບັນດາຄວາມຄືບໜ້າໃນການພົວພັນລະຫວ່າງສອງປະເທດໃນປີ 2018; ພ້ອມທັງສະເໜີ ສອງຝ່າຍ ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນທຸກຂົງເຂດຄື ການເມືອງ-ການຕ່າງປະເທດ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບັນດາບັນຫາສາກົນ ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 25 ປີ ແຫ່ງວັນຫັນການພົວພັນລະຫວ່າງສອງປະເທດເປັນປົກກະຕິ ໃນປີ 2020.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບທ່ານ  Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ (ພາບ: Hai Minh/VGP)
ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink   ໃຫ້ຮູ້ວ່າ ບັນດາວິສາຫະກິດ ອາເມລິກາ ຖືຕະຫຼາດຫວຽດນາມ ເປັນສໍາຄັນ ແລະ ປາດຖະໜາຢາກສືບຕໍ່ເປີດກວ້າງການລົງທຶນ, ດໍາເນີນທຸລະກິດ ຢູ່ຫວຽດນາມ ໃນປີ 2019. ທ່ານ Daniel Kritenbrink   ຢັ້ງຢືນວ່າ ອາເມລິກາ ຖືຫວຽດນາມ ເປັນຄູ່ຮ່ວມມືສໍາຄັນແຖວໜ້າ ຂອງພາກພື້ນ ແລະ ປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ ກໍຄື ອາຊຽນ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ; ເພີ່ມທະວີການຮ່ວມມືໃນບັນດາບັນຫາ ຄືການຮ່ວມມືຢູ່ອະນຸພາກພື້ນແມ່ນໍ້າຂອງ, ຊຸກຍູ້ຄວາມເສລີ, ຄວາມປອດໄພໃນການເດີນເຮືອ, ການເດີນບິນຢູ່ ທະເລຕາເວັນອອກ, ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ.

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top