ຂ່າວສານ ອາເມລິກາ ຖືເປັນສໍາຄັນ ແລະ ປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ 10/01/2019 ວັນທີ 8 ມັງກອນ, ຢູ່ສໍານັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ ເຂົ້າຢ້ຽມອໍາລາ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ຕີລາຄາສູງບັນດາຄວາມຄືບໜ້າໃນການພົວພັນລະຫວ່າງສອງປະເທດໃນປີ 2018; ພ້ອມທັງສະເໜີ ສອງຝ່າຍ ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນທຸກຂົງເຂດຄື ການເມືອງ-ການຕ່າງປະເທດ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບັນດາບັນຫາສາກົນ ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 25 ປີ ແຫ່ງວັນຫັນການພົວພັນລະຫວ່າງສອງປະເທດເປັນປົກກະຕິ ໃນປີ 2020. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ (ພາບ: Hai Minh/VGP) ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink ໃຫ້ຮູ້ວ່າ ບັນດາວິສາຫະກິດ ອາເມລິກາ ຖືຕະຫຼາດຫວຽດນາມ ເປັນສໍາຄັນ ແລະ ປາດຖະໜາຢາກສືບຕໍ່ເປີດກວ້າງການລົງທຶນ, ດໍາເນີນທຸລະກິດ ຢູ່ຫວຽດນາມ ໃນປີ 2019. ທ່ານ Daniel Kritenbrink ຢັ້ງຢືນວ່າ ອາເມລິກາ ຖືຫວຽດນາມ ເປັນຄູ່ຮ່ວມມືສໍາຄັນແຖວໜ້າ ຂອງພາກພື້ນ ແລະ ປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ ກໍຄື ອາຊຽນ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ; ເພີ່ມທະວີການຮ່ວມມືໃນບັນດາບັນຫາ ຄືການຮ່ວມມືຢູ່ອະນຸພາກພື້ນແມ່ນໍ້າຂອງ, ຊຸກຍູ້ຄວາມເສລີ, ຄວາມປອດໄພໃນການເດີນເຮືອ, ການເດີນບິນຢູ່ ທະເລຕາເວັນອອກ, ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ.

ວັນທີ 8 ມັງກອນ, ຢູ່ສໍານັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ ເຂົ້າຢ້ຽມອໍາລາ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ຕີລາຄາສູງບັນດາຄວາມຄືບໜ້າໃນການພົວພັນລະຫວ່າງສອງປະເທດໃນປີ 2018; ພ້ອມທັງສະເໜີ ສອງຝ່າຍ ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນທຸກຂົງເຂດຄື ການເມືອງ-ການຕ່າງປະເທດ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບັນດາບັນຫາສາກົນ ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 25 ປີ ແຫ່ງວັນຫັນການພົວພັນລະຫວ່າງສອງປະເທດເປັນປົກກະຕິ ໃນປີ 2020. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ (ພາບ: Hai Minh/VGP) ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink ໃຫ້ຮູ້ວ່າ ບັນດາວິສາຫະກິດ ອາເມລິກາ ຖືຕະຫຼາດຫວຽດນາມ ເປັນສໍາຄັນ ແລະ ປາດຖະໜາຢາກສືບຕໍ່ເປີດກວ້າງການລົງທຶນ, ດໍາເນີນທຸລະກິດ ຢູ່ຫວຽດນາມ ໃນປີ 2019. ທ່ານ Daniel Kritenbrink ຢັ້ງຢືນວ່າ ອາເມລິກາ ຖືຫວຽດນາມ ເປັນຄູ່ຮ່ວມມືສໍາຄັນແຖວໜ້າ ຂອງພາກພື້ນ ແລະ ປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ ກໍຄື ອາຊຽນ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ; ເພີ່ມທະວີການຮ່ວມມືໃນບັນດາບັນຫາ ຄືການຮ່ວມມືຢູ່ອະນຸພາກພື້ນແມ່ນໍ້າຂອງ, ຊຸກຍູ້ຄວາມເສລີ, ຄວາມປອດໄພໃນການເດີນເຮືອ, ການເດີນບິນຢູ່ ທະເລຕາເວັນອອກ, ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ.