• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາກ້າວໄປເຖິງການອະນຸຍາດນຳເຂົ້າໝາກມ່ວງແລະໝາກນ້ຳນົມຂອງຫວຽດນາມ

(ພາບ​ປະ​ກອບ: doanhnghiepvn.vn)
      ກະ​ຊວງ​ກະ​ສິ​ກຳ​ອາ​ເມ​ລິ​ກາ (USDA) ຫາກໍ່​ປະ​ກາດຈົດ​ໝາຍ​ທາງ​ການ​ສະ​ຫະ​ລັດ ສະ​ເໜີ​ຂໍ​ຄຳ​ເຫັນ​ຂອງ​ມວນ​ຊົນກ່​ຽວ​ກັບ​ການ​ປັບ​ປຸງ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ອະ​ນຸ​ຍາດ​ໃຫ້​ໝາກ​ມ່ວງ​ສົດ ຂອງ​ຫວຽດ​ນາມ ໄດ້​ນຳ​ເຂົ້າ​ຕະ​ຫຼາດ​ອາ​ເມ​ລິ​ກາ. ດ້ວຍ​ການ​ກະ​ທຳ​ນີ້, ອາດ​ສາ​ມາດ​ຢືນ​ຢັນ​ຢ່າງ​ແນວ​ແນ່​ວ່າ ຜະ​ລິດ​ຕະ​ພັນ​ໝາກ​ມ່ວງ​ສົດ​ຈະ​ແມ່ນ​ໝາກ​ໄມ້​ສະ​ນິດ​ທີ 6 ຂອງ​ຫວຽດ​ນາມ ໄດ້​ນຳ​ເຂົ້າ​ຕະ​ຫຼາດ​ອາ​ເມ​ລິ​ກາ ນັບ​ແຕ່​ທ້າຍ​ປີນີ້. ທ່ານທີ່​ປຶກ​ສາ​ດ້ານ​ການ​ຄ້າຫວຽດ​ນາມ​ ປະ​ຈຳ​ອາ​ເມ​ລິ​ກາ ​ດ່າວ​ເຈີນ​ເຍີນ ໃຫ້​ຮູ້​ວ່າ, ເພື່ອ​ສາ​ມາດ​ແຊກ​ຊຶມ​ເຂົ້າ​ຕະ​ຫຼາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ແຕ່​​ມີ​ຄວາມເຄັ່ງ​ຄັດ​ນີ້, ຜະ​ລິດ​ຕະ​ພັນ​ໝາກ​ມ່ວງ ສົດ​ທີ່​ນຳ​ເຂົ້າ​ຈາກ​ຫວຽດ​ນາມ ຕ້ອງ​ຜ່ານ​ບັນ​ດາ​​ມາດ​ຕະ​ຖານ​ເຄັ່ງ​ຄັດ​ຂອງ​ລະ​ບົບກວດ​ກາ​ຂອງ​ອາ​ເມ​ລິ​ກາ.
        ກ່ອນ​ໜ້ານັ້ນ, ວັນ​ທີ 19/07 ຜ່ານ​ມາ, USDA ກໍ່​ໄດ້ປະ​ກາດຈົດ​ໝາຍ​ທາງ​ການ​ສະ​ຫະ​ລັດກ່ຽວ​ກັບ​ເລື່ອງ​ຈະ​ອະ​ນຸ​ຍາດ​ນຳ​ເຂົ້າ​ໝາກ​ນ້ຳ​ນົມ​ຂອງ​ຫວຽດ​ນາມ ເຂົ້າ​ຕະ​ຫຼາດ​ອາ​ເມ​ລິ​ກາ. ຄາດ​ວ່າ​ຈະ​ເລີ່ມ​ປະ​ຕິ​ບັດ​ແຕ່​ໄຕ​ມາດ​ທີ 4 ປີ 2016.
 (ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top