ບັນດານັກຊ່ຽວຊານດ້ານເສດຖະກິດໄດ້ສະເໜີກົນໄກ, ນະໂຍບາຍຊຸກຍູ້ໃຫ້ວິສາຫະກິດ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ໃນໄລຍະບືນຕົວຂຶ້ນຂອງຊາດ
ວັນທີ 29 ມິຖຸນາ, ຢູ່ ຮ່າໂນ້ຍ, ສະມາຄົມສະຖິຕິ ຫວຽດນາມ ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ພັດທະນາເສດຖະກິດພາກເອກະຊົນ - ໄມ້ງັດໃຫ້ແກ່ ຫວຽດນາມ ແຫ່ງວັດທະນາຖາວອນໃນໄລຍະບືນຕົວຂຶ້ນຂອງຊາດ”.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະລິນຍາເອກ ທາງວັນຟຸກ, ປະທານ ສະມາຄົມສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ, ເຂດເສດຖະກິດພາກເອກະຊົນໄດ້ພັດທະນາຢ່າງແຮງເທື່ອລະກ້າວ ນັບທັງຂອບຂະໜາດ ແລະ ຄຸນນະພາບ, ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມ. ປະຈຸບັນ, ຫວຽດນາມ ມີວິສາຫະກິດພາກເອກະຊົນກວ່າ 940.000 ແຫ່ງ ແລະ ດຳເນີນທຸລະກິດສ່ວນຕົວຄອບຄົວທີ່ພວມເຄື່ອນໄຫວ 5 ລ້ານແຫ່ງ, ປະກອບເຂົ້າຍອດຜະລິດຕະພັນພາຍໃນ (GDP) ປະມານ 50%. ມີຫຼາຍວິສາຫະກິດພາກເອກະຊົນໄດ້ບືນຕົວຂຶ້ນຢ່າງແຮງ, ສ້າງເຄື່ອງໝາຍການຄ້າທີ່ມີອິດທິພົນຊື່ສຽງ, ຢືນຢັນທີ່ຕັ້ງຢູ່ພາກພື້ນ ແລະ ໃນຕະຫຼາດສາກົນ.
ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານດ້ານເສດຖະກິດໄດ້ສະເໜີກົນໄກ, ນະໂຍບາຍຊຸກຍູ້ໃຫ້ວິສາຫະກິດ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ໃນໄລຍະບືນຕົວຂຶ້ນຂອງຊາດ, ມຸ່ງໄປເຖິງເປົ້າໝາຍພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)