• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.
ພາບປະກອບ: THX/TTXVN

ຕໍ່ໜ້າຄວາມກົດດັນສາກົນຢ່າງແຮງ, ພິເສດແມ່ນຈາກອຳນາດການປົກຄອງອາເມລິກາ, ບັນດາຝ່າຍທີ່ກ່ຽວຂ້ອງພວມຍູ້ແຮງຄວາມມານະພະຍາຍາມຟື້ນຟູບັນດາການເຈລະຈາເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງໃໝ່ໃຫ້ແກ່ເຂດກາຊາ.

ວັນທີ 29 ມິຖຸນາ, ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ. ການພົບປະສຸມໃສ່ຊອກຫາວິທີການຊຸກຍູ້ຄຳສັ່ງຢຸດຍິງໃໝ່ຢູ່ເຂດກາຊາ, ໄປຄຽງຄູ່ກັບຄວາມມານະພະຍາຍາມເພີ່ມທະວີການນຳເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳເຂົ້າເຂດດິນແດນນີ້. ເຖິງຢ່າງໃດກໍຕາມ, ໝາກຜົນລະອຽດຂອງການພົບປະຍັງບໍ່ທັນໄດ້ຮັບການເປີດເຜີຍ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຄາດວ່າຈະໄປຢ້ຽມຢາມອາເມລິກາໃນ 2 ອາທິດຕົ້ນເດືອນກໍລະກົດນີ້ ເພື່ອປຶກສາຫາລືກັບທ່ານປະທານາທິບໍດີ ອາເມລິກາ Donal Trump ກ່ຽວກັບແງ່ຫວັງຂອງການປະທະກັນຢູ່ເຂດກາຊາ, ພ້ອມກັບບັນດາບັນຫາສຳຄັນອື່ນໆ.

ອາທິດແລ້ວນີ້, ທ່ານປະທານາທິບໍດີ ອາເມລິກາ ປະກາດວິວັດການເຈລະຈາກ່ຽວກັບຄຳສັ່ງຢຸດຍິງໃໝ່ຢູ່ເຂດກາຊາບັນລຸໄດ້ ບັນດາຄວາມຄືບໜ້າໃຫຍ່ຕື່ມອີກ ແລະ ອິດສະລາແອັນ ແລະ ຮາມາດອາດສາມາດບັນລຸໄດ້ຂໍ້ຕົກລົງໃນອາທິດນີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top