ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ
ຕອນເຊົ້າວັນທີ 30 ມິຖຸນາ, ໃນທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດແຂວງ, ນະຄອນ, ຕາແສງ, ເຂດພິເສດ.
ກ່າວຄຳເຫັນທີ່ພິທີປະກາດຢູ່ນະຄອນ ໂຮ່ຈີມິນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຢືນຢັນວ່າ, ການເຄື່ອນໄຫວຮູບແບບອຳນາດການປົກຄອງ 2 ຂັ້ນໃຫ້ແກ່ນະຄອນ ໂຮ່ຈີມິນ ເປີດກວ້າງ, ບໍ່ພຽງແຕ່ແມ່ນເຫດການດ້ານການບໍລິຫານເທົ່ານັ້ນ, ຫາກຍັງແມ່ນບາດກ້າວຫັນປ່ຽນຍຸດທະສາດ, ແມ່ນຄວາມຮຽກຮ້ອງຢ່າງພາວະວິໄສຂອງປະຊາຊົນ ແລະ ປະເທດຊາດ ໃນການເຄື່ອນໄຫວສ້າງເຂດກຳລັງໜູນພັດທະນາຂອງ ຫວຽດນາມ ແລະ ພາກພື້ນ.
“ເຂດພັດທະນາໃໝ່ນີ້ໄດ້ສ້າງຂຶ້ນບົນວິໄສທັດຍາວໄກ, ມຸ່ງໄປເຖິງການພັດທະນາຢ່າງຄົບຊຸດ, ຍືນຍົງ ແລະ ມີວິທະຍາສາດ. ນີ້ແມ່ນບາດກ້າວນຳໜ້າ, ມີລັກສະນະບຸກທະລຸໃນການປັບປຸງກົງຈັກອຳນາດການປົກຄອງເຂດຕົວເມືອງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຢ່າງໄວ, ແຂງແຮງ, ມີປະສິດທິຜົນຂອງເຂດຫັນເປັນຕົວເມືອງສູງທີ່ສຸດໃນທົ່ວປະເທດ”.
ໃນຂະນະນັ້ນ, ເຂົ້າຮ່ວມ ແລະ ຊີ້ນຳທີ່ພິທີປະກາດຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີໃຫ້ ຮ່າໂນ້ຍ ຕ້ອງສຸມໃສ່ຊີ້ນຳຂັ້ນຄະນະພັກ, ອຳນາດການປົກຄອງທຸກຂັ້ນ; ພິເສດແມ່ນນຳພາຄະນະພັກ, ອຳນາດການປົກຄອງ 126 ຕາແສງໃໝ່ນັບແຕ່ເມື່ອເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ ຕ້ອງເຄື່ອນໄຫວຢ່າງລຸລ່ວງ, ຄົບຊຸດ, ມີປະສິດທິຜົນ; ບໍ່ໃຫ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວທີ່ເປັນປົກກະຕິຂອງສັງຄົມ, ພິເສດແມ່ນບັນດາວຽກງານກ່ຽວຂ້ອງເຖິງປະຊາຊົນ, ວິສາຫະກິດ.
ເມື່ອເຂົ້າຮ່ວມ ແລະ ຊີ້ນຳທີ່ພິທີປະກາດຢູ່ນະຄອນ ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ສະເໜີວ່າ:
“ສ້າງຮູບແບບນະຄອນສັງຄົມນິຍົມ, ພັດທະນາຢ່າງວ່ອງໄວ, ຍືນຍົງ, ທັນສະໄໝ, ສີວິໄລ; ສ້າງບັນດາເສົາຄ້ຳເສດຖະກິດຫຼາຍຂະແໜງ, ທັນສະໄໝ, ແກ່ງແຍ້ງທົ່ວໂລກ, ຮູບແບບຂອງອຸດສາຫະກຳເຕັກໂນໂລຊີສູງ, ນະວັດຕະກຳ, ການບໍລິການ logistics ລະດັບສາກົນ; ສ້າງພື້ນຖານໂຄງລ່າງຍຸດທະສາດ, ຄົບຊຸດ, ທັນສະໄໝ ແລະ ອັດສະລິຍະ, ສ້າງກຳລັງໜູນເຊື່ອມຕໍ່ເຂດ, ເຊື່ອມຕໍ່ພາກພື້ນ ແລະ ສາກົນ”.
ຢູ່ນະຄອນ ເກິນເທີ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຕີລາຄາສູງ 3 ທ້ອງຖິ່ນແມ່ນ ເກິນເທີ, ເຮົາຢາງ, ຊອກຈັງ ໄດ້ສົມທົບກັນຢ່າງຮີບເຮັ່ງ, ດຳເນີນໄປຢ່າງມິແບບມີແຜນ, ມີວິທະຍາສາດຕາມການແນະນຳຂອງສູນກາງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີວ່າ:
“ຕ້ອງຈັດຕັ້ງ, ສັບຊ້ອນພະນັກງານ, ພາລະກອນ, ລັດຖະກອນຢູ່ບັນດາຫົວໜ່ວຍບໍລິຫານໃໝ່ເປັນປົກກະຕິໂດຍໄວ, ຮັບປະກັນການເຊື່ອມຕໍ່ໃຫ້ລຸລ່ວງ, ບໍ່ຖືກຂາດວັກຂາດຕອນໃນການສະໜອງການບໍລິການສາທາລະນະ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດຢ່າງສຸດຈິດສຸດໃຈ. ປະຕິບັດການຈັດສຳນັກງານ, ຕິດຕັ້ງເຄື່ອງອຸປະກອນເຮັດວຽກເພື່ອຮັບໃຊ້ບັນດາອົງການ, ຫົວໜ່ວຍໂດຍໄວ, ມີປະສິດທິຜົນ”.