ໃນການລົງເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ລົງສຳຫຼວດຮູບແບບອຳນາດ ການປົກຄອງທ້ອງຖ່ິນ ສອງຂັ້ນຢູ່ຕາແສງຊວນຮ່ວາ ແລະ ຕາແສງ ເຕີນວີ້ງລົກ
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນທີ່ການເຮັດວຽກ
ຢູ່ທີ່ສູນປົກຄອງສາທາລະນະ ຕາແສງຊວນຮ່ວາ ແລະ ຕາແສງ ເຕີນວີ້ງລົກ, ທ່ານເລຂາທິການໃຫຍ່ ໂຕເລີມ ປາດຖະໜາວ່າ, ບັນດາຖັນແຖວພະນັກງານຈະ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບເພື່ອກະກຽມນຳກົງຈັກໃໝ່ເຂົ້າເຄືີອນໄຫວຢ່າງມີປະສິດທິຜົນ ແລະ ທະລຸພ້ອມກັບບັນດາທ້ອງຖິ່ນໃນທົ່ວປະເທດນັບແຕ່ວັນທີ 1 ກໍລະກົດ. ທ່ານເລຂາທິການໃຫຍ່ ໂຕເລີມ ໃຫ້ຮູ້ວ່າ :
ດ້ວຍເປົ້າໝາຍ ໃຫຍ່ ທີ່ສຸດຂອງ ກົງຈັກໃໝ່ ແມ່ນເພື່ອການພັດທະນາຂອງ ປະເທດ, ນະຄອນຢ່າງວ່ອງໄວ, ຍືນຍົງ, ແລະ ເບິ່ງແຍງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ, ຕ້ອງກໍ່ສ້າງກົງຈັກອຳນາດການປົກຄອງກະທັດລັດ, ມີປະສິດທິພາບ, ປະສິດທິຜົນ ຫັນຈາກການຄຸ້ມຄອງຕເປັນທ່າຮັບມາເປັນ ການ ບໍລິຫານແບບສະຫຼາດຮັບໃຊ້ປະຊາຊົນ,ອຳນາດການປົກຄອງເພື່ອປະຊາຊົນ ຮັບໃຊ້ປະຊາຊົນສ້າງການພັດທະນາ ແລະມີຄວາມສາມາດພຽງພໍໃນການ ປະຕິບັດ ບັນດາແຜນນະໂຍບາຍຂອງພັກຢ່າງມີປະສິດທິຜົນ.”
(ແຫຼ່ງຄັດຈາກ VOV)