• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງທີ 3 ປີ 2025

ງານມະໂຫລານຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 3 ປີ 2025 ຈັດຂຶ້ນແຕ່ວັນທີ 29 ມິຖຸນາ ຮອດວັນທີ 05 ກໍລະກົດ 2025
ທີ່ພິທີໄຂງານມະໂຫລານຮູບເງົາອາຊີ ດ່ານັ້ງ (DANAFF) ຄັ້ງທີ 3 ປີ 2025 (ພາບ: daibieunhandan.vn)

ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ນະຄອນ ດ່ານັ້ງ, ໄດ້ຈັດພິທີໄຂງານມະໂຫລານຮູບເງົາອາຊີ ດ່ານັ້ງ (DANAFF) ຄັ້ງທີ 3 ປີ 2025. ດ້ວຍຫົວຂໍ້ “DANAFF - ຂົວຕໍ່ອາຊີ”, ງານມະໂຫລານຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 3 ປີ 2025 ຈັດຂຶ້ນແຕ່ວັນທີ 29 ມິຖຸນາ ຮອດວັນທີ 05 ກໍລະກົດ 2025 ເຊິ່ມແມ່ນໂອກາດເພື່ອເຊີດຊູຄຸນຄ່າປະດິດຄິດສ້າງ, ຄວາມເປັນຫຼາຍຮູບຫຼາຍແບບດ້ານວັດທະນະທຳ ແລະ ຄວາມຄາດຫວັງເຊື່ອມຕໍ່ພື້ນຖານຮູບເງົາຢູ່ພາກພື້ນ.

 ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນຊວັນທັງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າສະເໜີໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບບັນດາກະຊວງ, ຂະແໜງການສືບຕໍ່ຍົກສູງຄຸນນະພາບການຄົ້ນຄວ້າ, ຈິນຕະນາການຍຸດທະສາດ ແລະ ລັກສະນະເຊື່ອມໂຍງເພື່ອກຳນົດສ້າງພື້ນຖານຮູບເງົາ ຫວຽດນາມ ເປັນທັນສະໄໝ, ວັດທະນະທຳມະນຸດ, ເຊື່ອມໂຍງເຂົ້າກັບສາກົນ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ງານມະໂຫລານຮູບເງົາຢູ່ ດ່ານັ້ງ ຕ້ອງໄດ້ກຳນົດທິດກາຍເປັນໜຶ່ງໃນບັນດາງານມະໂຫລານຮູບເງົາສາກົນທີ່ມີອິດທິພົນຊື່ສຽງຢູ່ພາກພື້ນອາຊີປາຊີຟິກ, ປະກອບສ່ວນຍົກສູງທີ່ຕັ້ງດ້ານວັດທະນະທຳ ປະດິດຄິດສ້າງຂອງ ຫວຽດນາມ ບົນເວທີສາກົນ.”

(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top