• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ລາວຍູ້ແຮງການພົວພັນດ້ານການຄ້າສອງຝ່າຍ


ທ່ານ ເຈີ່ນ​ຕ໋ວນ​ແອງ ແລະ ທ່ານ ນາງ ເຂັມ​ມະ​ນີ ພົນ​ເສ​ນາ

      ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວ​ມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ ຄັ້ງ​ທີ 48 (AEM48) ພວມ​ດຳ​ເນີນ ຢູ່​ນະ​ຄອນຫຼວງວຽງ​ຈັນ, ລາວ, ວັນ​ທີ 4/8, ທ່ານ ເຈີ່ນ​ຕ໋ວນ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ,  ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ ກັບ ​ທ່ານ ນາງ ເຂັມ​ມະ​ນີ ພົນ​ເສ​ນາ, ລັດຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວ. ສອງ​ຝ່າຍໃຫ້​ຂໍ້​ສັງ​ເກດວ່າ ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ລາວ ພັດ​ທະ​ນາ​ພໍ​ສົມ​ຄວນ ໃນ​ໄລ​ຍະ​ຜ່ານ​ມາ ເມື່ອ​ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ຕາມ​ແຕ່​ລະ​ປີ, ໃນ​ໄລ​ຍະ ປີ 2010-2014, ບັນ​ລຸ​​ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍແມ່ນ 25,8%/ປີ. ປີ 2015, ການ​ພົວ​ພັນ​ການ​ຄ້າ​ສອງ​ປະ​ເທດ ​ໄດ້​ເປັນຂີດ​ໝາຍແຫ່ງບາດ​ກ້າວຄືບ​ໜ້າ​ໃໝ່ ດ້ວຍ​ການສຳ​ເລັດ​ການ​ເຈ​ລະ​ຈາ, ເຊັນ​ສັນ​ຍາ​ການ​ຄ້າ​ສອງຝ່າຍ 2 ​ສະ​ບັບ, ສັນ​ຍາ​ການ​ຄ້າ​ຊາຍ​ແດນ ຫວຽດ​ນາມ-ລາວ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສອງ​ປະ​ເທດ ເຫັນ​ດີ​ເປັນ​ເອ​ກະ  ພາ​ບບາງມາດ​ຕະ​ການ ເພື່ອ​ຊຸ​ກ​ຍູ້​ການ​ພົວ​ພັນ​ການ​ຄ້າ​ສອງ​ປະ​ເທດ ເຊັ່ນ: ສົມ​ທົບ​ກັນ​ຄົ້ນ​ຄວ້າ, ສ້າງ​ແຜນ​ຮ່າງພັດ​ທະ​ນາ​ດ້ານ​ການ​ຄ້າ​ ຫວຽດ​ນາມ-ລາວ ໄລ​ຍະ 10 ປີ ຈະ​ມາ​ເຖິງ; ເພີ່ມ​ທະ​ວີ​ເຜີຍ​ແຜ່​ບັນ​ດາ​ເອ​ກະ​ສານ​ທີ່​ສຳ​ຄັນ​ ສຳ​ລັບ​ການ​ພົວ​ພັນ​ການ​ຄ້າ​ສອງ​ຝ່າຍ ທີ່​ໄດ້​ເຊັນ​ກັນ ​ລະ​ຫວ່າງ ສອງ​ປະ​ເທດ ເຊັ່ນ: ສັນ​ຍາ​ການ​ຄ້າ​ຫວຽດ​ນາມ​-ລາວ.
(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top