• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມດຶງດູດທຶນ FDI ມີເຕັກໂນໂລຊີສູງທີ່ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ

      ພາຍຫຼັງໄລຍະ 30 ປີໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ພາກພື້ນວິສາຫະກິດ FDI ພວມກາຍເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນ 25% GDP, ມູນຄ່າສົ່ງອອກຫຼາຍກວ່າ 70%, ແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານ 8 – 9 ລ້ານຄົນ.
ການລົງທຶນໂດຍກົງຈາກຕ່າງປະເທດ FDI ຍັງຊຸກຍູ້ວິວັດການປະຕິຮູບ, ສ້າງກົນໄກການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ຊຸກຍູ້ທ້ອງຖິ່ນ, ວິສາຫະກິດ, ເຂດພາກພັດທະນາ…
        ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ ແລ້ວ, ປະຈຸບັນແມ່ນຈຸດເວລາທີ່ດີເພື່ອປັບປຸງນະໂຍບາຍ, ຍຸດທະສາດໃນການດຶງດູດທຶນ FDI ຍ້ອນຫວຽດນາມ ພວມກາຍເປັນຈຸດນັດພົບຂອງບັນດານັກລົງທຶນ. ທ່ານ ຫງວຽນຈິ໊ຢຸງ ຖືວ່າ, ການດຶງດູດທຶນ FDI ໃນໄລຍະຈະມາເຖິງ ຄວນສຸມໃສ່ຄັດເລືອກບັນດາໂຄງການລົງທຶນຈາກຕ່າງປະເທດ; ຄວນດຶງດູດໄດ້ເຕັກໂນໂລຊີສູງ, ເຕັກໂນໂລຊີທີ່ທັນສະໄໝ ເພື່ອບໍ່ສົ່ງຜົນທະທ້ອນເຖິງສິ່ງແວດລ້ອມ, ກຳນົດທິດພັດທະນາຕາມທິດເຕີບໂຕຂຽວ, ໝັ້ນຄົງ, ສ້າງນະໂຍບາຍດຶງດູດເຕັກໂນໂລຊີທີ່ດີ…
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top