ຂ່າວສານ ຫວຽດນາມດຶງດູດທຶນ FDI ມີເຕັກໂນໂລຊີສູງທີ່ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ 08/02/2019 ພາຍຫຼັງໄລຍະ 30 ປີໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ພາກພື້ນວິສາຫະກິດ FDI ພວມກາຍເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນ 25% GDP, ມູນຄ່າສົ່ງອອກຫຼາຍກວ່າ 70%, ແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານ 8 – 9 ລ້ານຄົນ. ການລົງທຶນໂດຍກົງຈາກຕ່າງປະເທດ FDI ຍັງຊຸກຍູ້ວິວັດການປະຕິຮູບ, ສ້າງກົນໄກການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ຊຸກຍູ້ທ້ອງຖິ່ນ, ວິສາຫະກິດ, ເຂດພາກພັດທະນາ… ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ ແລ້ວ, ປະຈຸບັນແມ່ນຈຸດເວລາທີ່ດີເພື່ອປັບປຸງນະໂຍບາຍ, ຍຸດທະສາດໃນການດຶງດູດທຶນ FDI ຍ້ອນຫວຽດນາມ ພວມກາຍເປັນຈຸດນັດພົບຂອງບັນດານັກລົງທຶນ. ທ່ານ ຫງວຽນຈິ໊ຢຸງ ຖືວ່າ, ການດຶງດູດທຶນ FDI ໃນໄລຍະຈະມາເຖິງ ຄວນສຸມໃສ່ຄັດເລືອກບັນດາໂຄງການລົງທຶນຈາກຕ່າງປະເທດ; ຄວນດຶງດູດໄດ້ເຕັກໂນໂລຊີສູງ, ເຕັກໂນໂລຊີທີ່ທັນສະໄໝ ເພື່ອບໍ່ສົ່ງຜົນທະທ້ອນເຖິງສິ່ງແວດລ້ອມ, ກຳນົດທິດພັດທະນາຕາມທິດເຕີບໂຕຂຽວ, ໝັ້ນຄົງ, ສ້າງນະໂຍບາຍດຶງດູດເຕັກໂນໂລຊີທີ່ດີ… (ແຫຼ່ງຄັດຈາກ VOV)

ພາຍຫຼັງໄລຍະ 30 ປີໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ພາກພື້ນວິສາຫະກິດ FDI ພວມກາຍເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນ 25% GDP, ມູນຄ່າສົ່ງອອກຫຼາຍກວ່າ 70%, ແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານ 8 – 9 ລ້ານຄົນ. ການລົງທຶນໂດຍກົງຈາກຕ່າງປະເທດ FDI ຍັງຊຸກຍູ້ວິວັດການປະຕິຮູບ, ສ້າງກົນໄກການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ຊຸກຍູ້ທ້ອງຖິ່ນ, ວິສາຫະກິດ, ເຂດພາກພັດທະນາ… ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ ແລ້ວ, ປະຈຸບັນແມ່ນຈຸດເວລາທີ່ດີເພື່ອປັບປຸງນະໂຍບາຍ, ຍຸດທະສາດໃນການດຶງດູດທຶນ FDI ຍ້ອນຫວຽດນາມ ພວມກາຍເປັນຈຸດນັດພົບຂອງບັນດານັກລົງທຶນ. ທ່ານ ຫງວຽນຈິ໊ຢຸງ ຖືວ່າ, ການດຶງດູດທຶນ FDI ໃນໄລຍະຈະມາເຖິງ ຄວນສຸມໃສ່ຄັດເລືອກບັນດາໂຄງການລົງທຶນຈາກຕ່າງປະເທດ; ຄວນດຶງດູດໄດ້ເຕັກໂນໂລຊີສູງ, ເຕັກໂນໂລຊີທີ່ທັນສະໄໝ ເພື່ອບໍ່ສົ່ງຜົນທະທ້ອນເຖິງສິ່ງແວດລ້ອມ, ກຳນົດທິດພັດທະນາຕາມທິດເຕີບໂຕຂຽວ, ໝັ້ນຄົງ, ສ້າງນະໂຍບາຍດຶງດູດເຕັກໂນໂລຊີທີ່ດີ… (ແຫຼ່ງຄັດຈາກ VOV)