• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວອວຍ​ພອນ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 95 ປີ​ແຫ່ງວັນສື່ມວ​ນ​ຊົນປະ​ຕິ​ວັດ ຫວຽດ​ນາມ

ວັນທີ 19 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວໄດ້ຈັດຕັ້ງງານພົບປະສ້າງສັນ, ອວຍພອນບັນດາອົງການສື່ມວນຊົນຫວຽດນາມ ປະຈຳລາວ ເນື່ອງໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2020).

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ມອບຊໍ່ດອກໄມ້ໃຫ້ແກ່ບັນດາອົງການສື່ມວນຊົນຫວຽດນາມ ປະຈຳລາວ

ກ່າວຄຳເຫັນທີ່ງານພົບປະສ້າງສັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຢັ້ງຢືນວ່າ: ນອກຈາກວຽກງານໂຄສະນາເຜີຍແຜ່ແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມແລ້ວ, ບັນດາອົງການສື່ມວນຊົນຫວຽດນາມປະຈຳລາວ ຍັງມີໜ້າທີ່ສູງສົ່ງນັ້ນແມ່ນປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈ້ມິດຕະພາບຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບໝັ້ນຄົງຍິ່ງຂຶ້ນ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ ໄດ້ ຮັບ​ໄຊ​ຊະ​ນະ​ຢ່າງ​ວ່ອງ​ໄວ ແລະ ດັງ​ກ້ອງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ” ໄດ້ “ຮັບ​ໄຊ​ຊະ​ນະ​ຢ່າງ​ວ່ອງ​ໄວ ແລະ ດັງ​ກ້ອງ”

ຕອນເຊົ້າວັນທີ 16 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບ “ບັ້ນເຄື່ອນໄຫວ ກວາງຈູງ” ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວປະຊາຊົນທີ່ຖືກຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາຢູ່ພາກກາງ ຫວຽດນາມ ຢ່າງຮີບດ່ວນ.

Top