• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມຊາວຫວຽດນາມອາໄສຢູ່ແຂວງຊຽງຂວາງ,ຂົວເຊື່ອມຕໍ່ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ

ງານພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ບຸ​ນ​ເຕັດ​ປີ​ລະກາ 2017
(ພາບ: TTXVN)
           ຕອນ​ຄ່ຳ​ວັນ​ທີ 01/02 ຢູ່​ນະຄອນຫລວງ ວຽງ​ຈັນ (ລາວ), ສະ​ໂມ​ສອນ​ສະມາຄົມ​ຊາ​ວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ຈັດ​ຕັ້ງ​ງານພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ບຸ​ນ​ເຕັດ​ປີ​ລະກາ 2017. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ບ໋າ​ຮູງ ອວຍພອນ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ຍາມ​ໃດ​ກໍ່ມີ​ຄວາມ​ສາມັກຄີ, ສະໜິດ​ຕິດ​ພັນ, ສ້າງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ແຂວງ ຊຽງ​ຂວາງ ​ໃຫ້​ກໍ່ໝັ້ນຄົງ​ເຂັ້ມ​ແຂງ​ທຸກ​ດ້ານ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ ລາວ ອ້າຍ​ນ້ອງ. ທ່ານ ຄຳ​ຈັນ ສີ​ພັນ​ທອງ ປະທານ​ສະ​ໂມ​ສອນ​ສະມາຄົມຊາ​ວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ​ເນັ້ນ​ໜັກ​ວ່າ: ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ຈະ​​ເປັນຂົວຕອນ​ໜຶ່ງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ​​ເພື່ອເຊື່ອ​ມຕໍ່​ນ້ຳ​ໃຈ​ສາມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ.
        ໃນ​ໂອກາດ​ບຸນ​ເຕັດ​ປະຈຳ​ຊາດປີ​ໃດ, ສະ​ໂມ​ສອນ​ສະມາຄົມ​ຊາ​ວ ຫວຽດນາມ ອາ​ໄສ​ຢູ່​ແຂວງ ຊຽງ​ຂວາງ ກໍ່ຈັດ​ຕັ້ງ​ງານພົບ​ປະ​ສັງ​ສັນ​ຍາມລະດູບານ​​ໃໝ່​, ​​ເພື່ອແນ​ໃສ່​ຮັກສາ​ຮີດຄອງ​ປະ​ເພນີ ​ແລະ ຄວາມ​ງາມທີ່​ເປັນ​ມູນ​ເຊື້ອ​ຂອງ​ວັດທະນະທຳ​ ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ໃນ​ສະມາຄົມ.
 (​ແຫຼ່ງຄັດ​ຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top