• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນ “ເຊີດຊູຄວາມງາມຂອງທະເລ, ໝູ່ເກາະ ຫວຽດນາມ” ຢູ່ຮູງກາຣີ

ພິ​ທີ​ໄຂ​ລາຍ​ການ “ເຊີດ​ຊູ​ຄ​ວາມ​ງາມ​ຂອງ​ທະ​ເລ ໝູ່​ເກາະ ຫວຽດ​ນາມ”
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)
 ​​​​      ວັນ​ທີ 29/4, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Corvinus, Budapest, ປະ​ເທດ ຮູງ​ກາ​ຣີ ໄດ້​ຈັດ​ຕັ້ງ​ລາຍ​ການ “ເຊີດ​ຊູ​ຄ​ວາມ​ງາມ​ຂອງ​ທະ​ເລ ໝູ່​ເກາະ ຫວຽດ​ນາມ” ໂດຍ​ສະ​ມາ​ຄົມ​ນັກ​ສຶກ​ສາ, ​ໜ່ວຍຊາວ​ໜຸ່ມ ຫວຽ​ດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່​ຮູງ​ກາ​ຣີ ຈັດ​ຕັ້ງ. ລາຍ​ການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ນັບ​ຮ້ອຍ​ຄົນ, ເຊິ່ງ​ລວມ​ມີ ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ, ສະ​ມາ​ຄົມ​​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ຮູງ​ກາ​ຣີ, ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຮູງ​ກາ​ຣີ - ຫວຽດ​ນາມ, ຄູ​​ອາ​ຈານ​ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Corvinus ພ້ອມ​ກັບ​ນັກ​ສຶກ​ສາ ຫວຽດ​ນາມ, ນັກ​ສຶກ​ສາ​ຕ່າງ​ປະ​ເທດ ແລະ ນັກ​ສຶກ​ສາ ຮູງ​ກາ​ຣີ ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງນີ້ ເປັນ​ຈຳ​ນວນຫຼວງຫຼາຍ.
        ໃນ​ຂອບ​ເຂດ​ລາຍ​ການໄດ້​ວາງ​ສະ​ແດງ​ຮູບ​ຖ່າຍ​ນັບ​ຮ້ອຍ​ແຜ່ນ​ກ່ຽວ​ກັບ​ປະ​ຫວັດ​ສາດ, ທະ​ເລ, ໝູ່​ເກາະ ແລະ ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ພິ​ເສດ​ແມ່ນ​ມີ​ແຜນ​ທີ່​ເກົ່າຫຼາຍ​ຊຸດ​ທີ່​ໄດ້​ຢັ້ງ​ຢ​ືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ໄດ້ນ​ຳ​ມາ​ວາງ​ສະ​ແດງ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ແທນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼ​ວງຫຼ​າຍ. ຄ​ຽ​ງ​ຄູ່​ກັນ​ນັ້ນ ແມ່ນ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ເດີນ​ແບບ​ອາ​ພອນ, ແນະ​ນຳ​ອາ​ຫານ​ການ​ກິນ​ຂອງ ຫວຽດ​ນາມ ອີກ​ດ້ວຍ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top